spot_img
Homeຂ່າວຕ່າງປະເທດສະໜາມບິນ ເມເດລລິນ ເຜີຍເຫດທີ່ເຮັດໃຫ້ເຮືອບິນ ໂດຍສານນັກເຕະບຣາຊິນ ຕົກຢູ່ໂຄລົມເບຍ

ສະໜາມບິນ ເມເດລລິນ ເຜີຍເຫດທີ່ເຮັດໃຫ້ເຮືອບິນ ໂດຍສານນັກເຕະບຣາຊິນ ຕົກຢູ່ໂຄລົມເບຍ

Published on

ສຳນັກຂ່າວຣອຍເຕີສລາຍງານຫຼ້າສຸດເມື່ອເຊົ້າວັນພຸດ (30 ພະຈິກ 2016) ວ່າ ປະຕິບັດການຄົ້ນຫາ ແລະ ຊ່ວຍເຫຼືອທີ່ຜ່ານມາເປັນໄປຢ່າງລຳບາກດ້ວຍປັດໄຈທາງສະພາບອາກາດ ແລະ ພູມສັນຖານຂອງປະເທດ ໂດຍເຈົ້າໜ້າທີ່ຢູ່ໃນລະຫວ່າງຂັ້ນຕອນການລະບຸຕົວຜູ້ເສຍຊີວິດ ແລະ ສົ່ງຄືນແກ່ຄອບຄົວ ເບື້ອງຕົ້ນກ່ອງດຳທັງສອງກ່ອງຂອງເຄື່ອງບິນໄດ້ຮັບການເກັບກູ້ແລ້ວ ເຊິ່ງຕ້ອງລໍຜົນວິເຄາະຫາຂໍ້ມູນຕໍ່ໄປ ໜ່ວຍງານດ້ານການບິນພົນລະເຮືອນຂອງໂບລິເວຍຢືນຢັນວ່າ ເຮືອບິນ ແລະ ລູກເຮືອຢູ່ໃນສະພາບພ້ອມຂຶ້ນບິນ ຂະນະທີ່ເຈົ້າໜ້າທີ່ຂອງສະໜາມບິນ ເມເດລລິນເຊິ່ງເປັນປາຍທາງເຜີຍວ່າ ເຮືອບິນໄດ້ລາຍງານບັນຫາຂັດຂ້ອງທາງເຕັກນິກໃນສ່ວນຂອງລະບົບໄຟຟ້າ ແລະ ແຈ້ງເຫດກສຸກເສີນພຽງບໍ່ດົນກໍ່ເກີດເຫດຂະນະທີ່ເຮືອບິນໃກ້ຈະມາຮອດທີ່ໝາຍ.

 

ຂ່າວຈາກ: ເດລີເມລ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...