Homeຂ່າວຍົນຕົກເຮືອບິນໂດຍສານຕົກທີ່ໂກລົມບີ ນັກເຕະສະໂມສອນດັງເບຣຊິນເຕັມລຳ

ເຮືອບິນໂດຍສານຕົກທີ່ໂກລົມບີ ນັກເຕະສະໂມສອນດັງເບຣຊິນເຕັມລຳ

Published on

ເກີດເຫດເຮືອບິນໂດຍສານຕົກ ໃນປະເທດໂກລົມບີ ນັກເຕະສະໂມສອນດັງເບຣຊິນນັ່ງເຕັມລຳ ຍັງບໍ່ຮູ້ຊະຕາກຳ ແຕ່ມີລາຍງານຜູ້ລອດຊີວິດ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດເຮືອບິນຕົກໃນປະເທດໂກລົມບີ ໂດຍເທິງເຮືອບິນລຳດັ່ງກ່າວມີນັກກິລາເຕະບານສະມາຄົມຊາເປໂຄເອນເຊ່ຂອງເບຣຊິນ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດແລະລອດຊີວິດຈາກເຫດດັ່ງກ່າວແລ້ວ ເຈົ້າໜ້າທີ່ກູ້ໄພທ້ອງຖິ່ນໄດ້ນຳສົ່ງໂຮງໝໍ.

_92706155_11avion

ຕາມລາຍງານລະບຸວ່າ ເຮືອບິນລຳດັ່ງກ່າວມີຜູ້ໂດຍສານລວມ 81 ຄົນ ໃນນັ້ນມີຈຸບິນ 9 ຄົນ ໂດຍຜູ້ໂດຍສານສ່ວນຫຼາຍເປັນພະນັກງານແລະນັກເຕະບານຈາກສະມາຄົມບານເຕະຊາເປໂຄເອນເຊ່ຂອງເບຣຊິນ ເຮືອບິນຢູ່ໃນລະຫວ່າງການບິນໄປຍັງສະໜາມບິນນານາຊາດໂຈເຊ ມາເຣຍ ກໍໂດວາ ປະເທດໂກລົມບີ ມີໂປຣແກຣມການແຂ່ງຂັນທີ່ສະໜາມກິລາໃນເມືອງເມເດຍິນໃນວັນພຸດ ວັນທີ 30 ພະຈິກ 2016 (ມື້ອື່ນນີ້).

ແນວໃດກໍຕາມ ເບື້ອງຕົ້ນໄດ້ມີລາຍງານວ່າພົບຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 10 ຄົນ ແລະຍັງບໍ່ມີການຢືນຢັນຕົວເລກຜູ້ເສຍຊີວິດ. ສ່ວນສາເຫດຂອງເຮືອບິນຕົກຄັ້ງນີ້ຍັງບໍ່ຊັດເຈນ ເຊິ່ງຍັງຢູ່ລະຫວ່າງການສືບສວນສອບສວນຢູ່.

_92706151_036631323-1
ຮູບຈາກ: BBC NEWS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...