spot_img
Homeຂ່າວຕ່າງປະເທດຄົນອິນເດຍຫຼາຍໜື່ນຄົນ ປະທ້ວງຕໍ່ຕ້ານການຍົກເລີກໃຊ້ເງິນໃບ 500 ແລະໃບ 1,000 ຣູປີ

ຄົນອິນເດຍຫຼາຍໜື່ນຄົນ ປະທ້ວງຕໍ່ຕ້ານການຍົກເລີກໃຊ້ເງິນໃບ 500 ແລະໃບ 1,000 ຣູປີ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 28 ພະຈິກຜ່ານມາວ່າ ຄົນອິນເດຍຫຼາຍໝື່ນຄົນ ໄດ້ພາກັນຊຸມນຸມປະທ້ວງຕໍ່ຕ້ານນະໂຍບາຍປາບປາມການຄໍລັບຊັນ ແລະຫຼີກລຽງພາສີ ດ້ວຍການຍົກເລີກເງິນໃບ 500 ແລະໃບ 1,000 ຣູປີ ເຊິ່ງເປັນເງິນຫຼັກຂອງປະເທດ

ການປະກາດຂອງ ທ່ານນະເຣນທຣາ ໂມດີ ນາຍົກລັດຖະມົນຕີ ສົ່ງຜົນເຮັດໃຫ້ 3 ອາທິດຜ່ານມາອິນເດຍມີຄວາມວຸ່ນວາຍ ປະຊາຊົນພາກັນໄປຕໍ່ແຖວແລກເງິນໃໝ່, ໃນຂະນະທີ່ປະຊາຊົນຈຳນວນຫຼາຍພາກັນຮ້ອງໄຫ້ ເພາະເງິນທີ່ເຂົາມີ ບໍ່ສາມາດຊື້ເຂົ້າປາອາຫານໄດ້

%e0%ba%ad%e0%ba%b4%e0%ba%99%e0%bb%80%e0%ba%94%e0%ba%8d%e0%ba%8d

ຈາກເຫດການດັ່ງກ່າວນັ້ນ ເຮັດໃຫ້ປະຊາຊົນປະມານ 25,000 ຄົນພາກັນມາຊຸມນຸມໃນຖະໜົນ ທາງຕາເວັນອອກຂອງເມືອງໂກລກາຕາ ໃນລັດເບງກອນ ແລະຢູ່ທາງມຸມໄບ ກໍມີການຊຸມນຸມປະມານ 6,000 ຄົນຢູ່ສູນການຄ້າແຫ່ງໜຶ່ງ.

ທາງດ້ານລັດຖະບານກໍຍັງເປີດໃຫ້ແລກເງິນໃບ 500​ ແລະໃບ 1,000 ຣູປີ ກັບເງິນໃໝ່ໄດ້ຈົນຮອດທ້າຍປີນີ້, ແຕ່ທາງເຈົ້າໜ້າທີ່ກໍເວົ້າວ່າ ເງິນໃໝ່ທີ່ພິມໃໝ່ ກໍຍັງບໍ່ພຽງພໍກັບຄວາມຕ້ອງກັນຂອງປະຊາຊົນ, ເພາະ 90% ຂອງຄົນອິນເດຍໃຊ້ເງິນສົດ ສຳຫຼັບການໃຊ້ຈ່າຍໃນຊີວິດປະຈຳວັນ ໃນຈຳນວນນີ້ ສ່ວນຫຼາຍເປັນຜູ້ທີ່ມີລາຍໄດ້ໜ້ອຍ, ເຊິ່ງພວກເຂົາສ່ວນຫຼາຍບໍ່ມີບັນຊີໃນທະນາຄານ ເມື່ອເງິນທີ່ມີບໍ່ສາມາດໃຊ້ໄດ້  ບໍ່ສາມາດຊື້ເຂົ້າ, ປາອາຫານໄດ້ ຈຶ່ງເຮັດໃຫ້ເກີດມີການປ້ວງເກີດຂຶ້ນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...