spot_img
Homeຂ່າວເຫດການຖວທ ໄຊທານີ ກວດເຫັນທຸລະກິດບໍ່ຖືກລະບຽບນັບ 10 ຮ້ານ

ຖວທ ໄຊທານີ ກວດເຫັນທຸລະກິດບໍ່ຖືກລະບຽບນັບ 10 ຮ້ານ

Published on

ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບສັງຄົມປະຈຸບັນ ໃນອາທິດຜ່ານມາຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົມທົບກັບຄະນະກຳມະການສະເພາະກິດຂອງເມືອງນຳພາໂດຍ ທ່ານ ນູໄລ ລັດຕະນະ ຮອງຫ້ອງການ ຖວທ ເມືອງໄຊທານີ ລົງກວດກາບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ໂດຍສະເພາະພາກທຸລະກິດຂອງຕ່າງປະເທດທີ່ເຂົ້າມາລາວໃນນາມນັກທ່ອງທ່ຽວ ແຕ່ມາລັກລອບປະກອບອາຊີບທຳການຄ້າຂາຍ ຊຶ່ງອາຊີບດັ່ງກ່າວກໍເປັນອີກອາຊີບທີ່ສະຫງວນໄວ້ໃຫ້ປະຊາຊົນລາວທຳມາຫາກິນ.

ທ່ານ ນູໄລ ລັດຕະນະ ໄດ້ກ່າວວ່າ: ອີງຕາມທິດຊີ້ນຳຂອງຂັ້ນເທິງ ກໍຄືການນໍາພາທ່ານເຈົ້າເມືອງກ່ຽວກັບການ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ລວມເຖິງການລັກລອບປະກອບທຸລະກິດຂອງຕ່າງປະເທດ ໂດຍສະເພາະ ຊາວຫວຽດນາມ ຊຶ່ງພວກເຂົາໄດ້ເຂົ້າມາລາວໃນນາມນັກທ່ອງທ່ຽວ ແຕ່ມາດຳເນີນທຸລະກິດທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ດັ່ງນັ້ນ, ຄະນະກຳມະການສະເພາະກິດ ຂອງເມືອງໄຊທານີ ໄດ້ລົງກວດກາ ແລະສຶກສາອົບຮົມຮ້ານທີ່ຍັງບໍ່ຖືກຕາມລະບຽບໄດ້ທັງໝົດ 10 ຫົວໜ່ວຍ, ໃນນັ້ນ ຮ້ານກາເຟຢອດ 4 ຫົວໜ່ວຍ, ຮ້ານອາຫານ, ຮ້ານເຝີ ແລະເຂົ້າປຸ້ນ 4 ຫົວໜ່ວຍ ແລະຮ້ານເສີມສວຍ 2 ຫົວໜ່ວຍ. ນອກນີ້ ຍັງສາມາດເກັບກູ້ໄຟແສງສີໄດ້ເຖິງ 4 ຮ້ານ, ເກັບກູ້ປ້າຍໂຄສະນາທີ່ບໍ່ໄດ້ຮັບອະນຸຍາດ ໄດ້ທັງໝົດ 7 ປ້າຍ ແລະຍຶດເຄື່ອງສຽງຄາຣາໂອເກະໄດ້ 1 ເຄື່ອງ.

ນອກຈາກນີ້ ທ່ານຍັງໃຫ້ຮູ້ຕື່ມວ່າ ຄະນະກຳມະການສະເພາະກິດຂອງເມືອງໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດເລີ່ມແຕ່ຕົ້ນປີ 2016 ເປັນຕົ້ນມາແມ່ນ ສາມາດປັບປຸງແກ້ໄຂໄດ້ຫຼາຍບັນຫາເຊັ່ນ: ຮ້ານອາຫານ, ຮ້ານກິນດື່ມທີ່ບໍ່ປະຕິບັດຕາມລະບຽບ ການຄຸ້ມຄອງລັດແມ່ນ ໄດ້ຫັນເຂົ້າສູ່ລະບຽບ ແລະຫົວໜ່ວຍທຸລະກິດທີ່ເກີດຂຶ້ນໃໝ່ກໍໄດ້ຊຸກຍູ້ໃຫ້ເຂົາເຈົ້າ ເຮັດໜັງສືຂໍອະນຸຍາດດຳເນີນທຸລະກິດ ໃຫ້ຖືກຕ້ອງ, ຄຽງຄູ່ກັນນັ້ນກໍປາສະຈາກບໍ່ໄດ້ເຖິງບັນຫາທີ່ຍັງຄົງຄ້າງ ຍ້ອນແນວນັ້ນຄະນະກຳມະການສະເພາະກິດຂອງເມືອງຈິ່ງໄດ້ສຶບຕໍ່ລົງແກ້ໄຂບັນຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມປະຈຸບັນໃຫ້ ນັບມື້ດີຂຶ້ນ ໂດຍສະເພາະບັນຫາທີ່ເກີດຂຶ້ນໃນຂົງເຂດວຽກງານວັດທະນະທຳ ແລະທ່ອງທ່ຽວ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...