spot_img
Homeຂ່າວເຫດການເບຍລາວ ເຕີບໂຕຢ່າງແຂງແຮງມາກວ່າ 40 ປີ ຍ້ອນຄວາມເຊື່ອໝັ້ນຂອງສັງຄົມ

ເບຍລາວ ເຕີບໂຕຢ່າງແຂງແຮງມາກວ່າ 40 ປີ ຍ້ອນຄວາມເຊື່ອໝັ້ນຂອງສັງຄົມ

Published on

ຈາກປະລິມານການບໍລິໂພກຜະລິດຕະພັນຂອງບໍລິສັດເບຍລາວ ຈຳກັດ ທີ່ນັບມື້ເພີ່ມຂຶ້ນທຸກປີ ໂດຍເລີ່ມແຕ່ກໍ່ຕັ້ງບໍລິສັດຈົນມາເຖິງປະຈຸບັນລວມໆແລ້ວ 40 ກວ່າປີ, ເບຍລາວເຕີບໂຕຢ່າງແຂງແຮງມາກວ່າ 40 ປີ ຍ້ອນຄວາມ ເຊື່ອໝັ້ນຂອງສັງຄົມ ສະເພາະທຸລະກິດ ໂດຍລວມຍັງເຕີບໂຕຢ່າງເຂັ້ມແຂງ ທັງໄດ້ກາຍເປັນບໍລິສັດຊັ້ນນຳໜ້າຂອງລາວ ທີ່ມີຕົວແທນຈຳໜ່າຍທັງໝົດ 18 ປະເທດໃນທົ່ວໂລກ.
ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດເບຍລາວຈຳກັດ ໃຫ້ຮູ້ວ່າ: ເບຍລາວ ແມ່ນຜະລິດຕະພັນເບຍຂອງບໍລິສັດເບຍລາວ ເພື່ອຈໍາໜ່າຍພາຍໃນ ແລະຈໍານວນໜຶ່ງແມ່ນສົ່ງອອກຂາຍຕ່າງປະເທດ ໂດຍບໍລິສັດເບຍລາວໄດ້ຮັບການສ້າງຕັ້ງຂື້ນໃນປີ 1973 ໂດຍການ ຮ່ວມທຶນລະຫວ່າງນັກທຸລະກິດຊາວຝຣັ່ງເສດ  ແລະລາວ, ໃນເວລາ ນັ້ນໄດ້ໃຊ້ຊື່ວ່າໂຮງງານເຫຼົ້າເບຍ ແລະນ້ຳກ້ອນລາວ, ປະສິດທິພາບໃນການຜະລິດເບຍແມ່ນ 3 ລ້ານລິດຕໍ່ປີ, ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ໂຮງງານດັ່ງກ່າວໄດ້ຖືກໂອນໄປເປັນກຳມະສິດຂອງລັດຖະບານ, ຕໍ່ມາໃນປີ 1993 ບໍລິສັດໄດ້ເລີ່ມຮ່ວມທຶນກັບບໍລິສັດຕ່າງໆ ຈາກຕ່າງປະເທດ ແລະສາມາດຜະລິດເບຍໄດ້ 20 ລ້ານລິດຕໍ່ປີ, ຕົກມາໃນປີ 1997 ບໍລິສັດໄດ້ເລີ່ມມີການສົ່ງອອກ, ຈົນມາເຖິງປີ 2002 ບໍລິສັດກໍໄດ້ເຊັນສັນຍາ ຮ່ວມທຶນກັບບໍລິສັດຄາລສະເບີກ ບຣີເວີລີ ຈາກປະເທດເດັນມາກ ຖືຮຸ້ນ 50% ແລະລັດຖະບານລາວຖືຮຸ້ນ 50% ໂດຍມີກຳລັງການຜະລິດເບຍ 120 ລ້ານລິດຕໍ່ປີ.

ການຜະລິດສິນຄ້າຂອງບໍລິສັດ ພາຍຫຼັງອອກສູ່ຕະຫຼາດແມ່ນໄດ້ສຽງຕອບຮັບທີ່ດີພໍສົມຄວນຈາກ ສັງຄົມດ້ວຍຄວາມເຊື່ອໝັ້ນ ແລະຊົມໃຊ້ຜະລິດຕະພັນຂອງຄົນລາວຫຼາຍຂຶ້ນ ຈຶ່ງເຮັດໃຫ້ການດຳເນີນທຸລະກິດຂອງບໍລິສັດຕ້ອງໄດ້ເພີ່ມ ກຳລັງການຜະລິດໃຫ້ພຽງພໍກັບການຊົມໃຊ້ຂອງສັງຄົມ, ດັ່ງນັ້ນ ຕົກມາໃນປີ 2008 ບໍລິສັດຈຶ່ງໄດ້ ສ້າງຕັ້ງໂຮງງານແຫ່ງທີ່ສອງທີ່ ແຂວງຈຳປາສັກ ແລະສາມາດຜະລິດເບຍໄດ້ 180 ລ້ານລິດຕໍ່ປີ, ພ້ອມດຽວກັນນັ້ນ ເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າຫຼາຍຂຶ້ນທາງ ບໍລິສັດກໍໄດ້ໂຮມຕົວກັບບໍລິສັດນ້ຳຫວານລາວ ຈຳກັດ ແລະດຳເນີນທຸລະກິດພາຍໃຕ້ ຊື່ຂອງບໍລິສັດເບຍລາວຈຳກັດໃນປີ 2011 ໂດຍທີ່ບໍລິສັດຄາລສະເບີກບຣີເວີລີ ຖືຮຸ້ນ 51% ແລະຝ່າຍລາວຖືຮຸ້ນ 49%, ດ້ວຍກຳລັງການຜະລິດເບຍ 220 ລ້ານລິດຕໍ່ປີ, ຄຽງຄູ່ກັບການຜະລິດນັ້ນ ຕະຫຼາດຄວາມຕ້ອງການກໍເພີ່ມຂຶ້ນ ເຊັ່ນກັນຕົກມາໃນປີ 2012 ບໍລິສັດ ຈຶ່ງໄດ້ເພີ່ມກຳລັງການຜະລິດເບຍໃຫ້ເປັນ 340 ລ້ານລິດຕໍ່ປີ, ນ້ຳອັດລົມ 70 ລ້ານລິດຕໍ່ປີ ແລະນ້ຳດື່ມ 180 ລ້ານລິດຕໍ່ປີ ເພື່ອໃຫ້ພຽງພໍກັບຄວາມຕ້ອງການໃນສັງຄົມ.

ທ່ານ ສູນທອນ ພົມມະຈັກ ໃຫ້ຮູ້ອີກວ່າ: ມາຮອດປະຈຸບັນບໍລິສັດ ຂອງພວກເຮົາຖືເປັນບໍລິສັດໜຶ່ງ ທີ່ເປັນມືອາຊີບຈາກໃນເມື່ອກ່ອນພຽງແຕ່ລາວເຮັດລາວໃຊ້ລາວ ໄດ້ລາວຈະເລີນ, ແຕ່ດຽວນີ້ເຮົາ ມີທີມງານມືອາຊີບ, ມີທີ່ປຶກສາ ຈາກຕ່າງປະເທດຫຼາຍກວ່າ 9 ສັນຊາດ, ນອກນັ້ນເບຍລາວຍັງໄດ້ກາຍເປັນທູດ ກໍຄືຜະລິດຕະພັນລາວທີ່ເປັນໝາກຫົວໃຈຂອງຄົນລາວໃນການສົ່ງອອກໄປຕ່າງປະເທດ ຊຶ່ງມີທັງໝົດ 18 ປະເທດຂອງໂລກຕົ້ນຕໍແມ່ນອັງກິດ, ການາດາ, ຈີນ ແລະປະເທດອື່ນໆ ພ້ອມນັ້ນເບຍລາວຍັງໄດ້ຮັບສາຍາວ່າເປັນເບຍ ທ້ອງຖິ່ນທີ່ມີຄົນນິຍົມຫຼາຍ ແລະຍັງໄດ້ອອກວາລະສານຫຼາຍສຳນັກ, ສ່ວນການຂະຫຍາຍຕົວ ຂອງທຸລະກິດໃນປີ 2015-2016 ຢູ່ໃນລະດັບ 4%, ສ່ວນນ້ຳດື່ມຂະຫຍາຍຕົວ 14%, ອັນນີ້ກໍແມ່ນອີກໝາກຜົນໜຶ່ງ ທີ່ເຮັດໃຫ້ບໍລິສັດປະສົບຜົນສຳເລັດທາງດ້ານທຸລະກິດໂດຍສະເພາະ 10 ເດືອນຂອງປີ 2016 ນີ້, ບໍລິສັດໄດ້ມອບພັນທະໃຫ້ລັດຖະບານແລ້ວ ຈຳນວນ 180 ລ້ານໂດລາ, ໃນນັ້ນ ຊ່ວຍເຫຼືອສັງຄົມແລ້ວປະມານ 8 ຕື້ກີບ.

ທ່ານປະທານບໍລິສັດເບຍລາວ ກ່າວວ່າ: ເບຍລາວນອກຈາກເອົາໃຈໃສ່ຜະລິດສິນຄ້າທີ່ມີຄຸນນະພາບ ແລະມອບພັນທະໃຫ້ລັດຖະບານຢ່າງເຕັມເມັດເຕັມໜ່ວຍແລ້ວ ຍັງໄດ້ໃຫ້ການຊ່ວຍເຫຼືອສັງຄົມໂດຍກຳນົດ ວົງເງິນສະເພາະໃນແຕ່ລະປີສຳຄັນ ກວ່າໝູ່ແມ່ນສຸມໃສ່ວຽກງານການສຶກສາ, ສາທາລະນະສຸກ ແລະວຽກຈະລາຈອນ ປູກຈິດສຳນຶກແກ່ການຂັບຂີ່ດ້ວຍການຮ່ວມມືກັບເຈົ້າໜ້າທີ່ຈະລາຈອນຢ່າງເປັນປົກກະຕິ.
ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...