spot_img
Home​ຂ່າວບັນເທິງສີລະປິນແຫ່ງຊາດ ສ.ສີເມືອງຊອງ ໄດ້ເຖິງແກ່ມໍລະນະກຳແລ້ວ

ສີລະປິນແຫ່ງຊາດ ສ.ສີເມືອງຊອງ ໄດ້ເຖິງແກ່ມໍລະນະກຳແລ້ວ

Published on

ບັນເທີງດາລາ ກັບ ລາວໂພສ໌ ມື້ນີ້ແອັດມິນມີຂ່າວເສົ້າສະຫຼົດໃຈຂອງການຈາກໄປຢ່າງບໍ່ມີມື້ຫວນກັບຂອງ ສີລະປິນແຫ່ງຊາດ ທີ່ມີນາມວ່າ ສ.ສີເມືອງຊອງ ຜູ້ທີ່ຢູ່ເບື້ອງຫຼັງໃນການມີສ່ວນຮ່ວມສ້າງຜົນງານເພງດັງຫຼາຍບົດເພງ ບໍ່ວ່າຈະເປັນບົດເພງ ສຸພານຸວົງ,​ ລານ້ອງສູ່ແນວໜ້າ, ປ່າໄມ້ສົດຊື່ນ ຫຼື (ປ່າໄມ້ເມືອງລາວ) ແລະ ອີກຫຼາຍໆຜົນງານເພງ ເຊິ່ງໄດ້ເຖິງແກ່ມໍລະນະກຳແລ້ວ ໃນວັນທີ 25 ພະຈິກ 2016 ເມື່ອເວລາ 3 ໂມງເຊົ້າ ລວມອາຍຸໄດ້ 75 ປີ.

ລາຍລະອຽດພິທີການ:

  • ງານຊາປະນະກິດສົບ ຈະໄດ້ຈັດຂຶ້ນມື້ວັນທີ 27 ພະຈິກ 2016 ທີ່ ວັດເທບນິມິດ (ວັດທາດຝຸ່ນ)
  • ມື້ຫ້າງຫາກະຫຽມ ວັນທີ 28 ພະຈິກ 2016 (ວັນຈັນ)
  • ມື້ຕັກບາດ ວັນທີ 29 ພະຈິກ 2016 (ວັນຄານ)

ຖ້າທ່ານໃດຕ້ອງການໄປອຸ່ນສິນກິນທານ ໄຫວ້ສົບ ກໍ່ສາມາດໄປທີ່ ສະໂມສອນສີລະປະສູນກາງ ບ້ານໂພນທັນເມືອງ ໄຊເສດຖາ

ທາງທີມງານລາວໂພສຕ໌ ຂໍສົ່ງດວງວິນຍານຂອງທ່ານ ສ.ສີເມືອງຊອງ ໃຫ້ໄປສູ່ສຸຂະຕິ ແລະ ຂໍສະແດງຄວາມເສຍໃຈກັບຄອບຄົວຂອງທ່ານທີ່ໄດ້ເສຍຄົນທີ່ຮັກໄປດ້ວຍ.

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

 

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...