spot_img
Homeຊີວິດແລະຄວາມຮັກວິທີເຮັດໃຫ້ແຟນຮັກ ແບບໄດ້ຜົນທີ່ສຸດ

ວິທີເຮັດໃຫ້ແຟນຮັກ ແບບໄດ້ຜົນທີ່ສຸດ

Published on

  1. ຈິງໃຈກັບຄົນຮັກ: ຖ້າຫາກເຈົ້າຮັກໃຜຄົນໜຶ່ງ ຕ້ອງຈິງຈັງ ຈິງໃຈກັບຄົນຮັກນັ້ນ, ບໍ່ຕົວະກັນເດັດຂາດ ເພາະຖ້າຫາກເຈົ້າຕົວະເຂົາເທື່ອໜຶ່ງແລ້ວ ເຂົາຈັບໄດ້ ຈະເຮັດໃຫ້ເຂົາລະແວງເຈົ້າທີ່ສຸດ ບາງທີອາດເຖິງຂັ້ນເລີກກັນໄດ້
  2. ຢ່າຈຸກຈິກຈູ້ຈີ້ຫຼາຍເກີນໄປ: ເມື່ອເປັນແຟນກັນກໍບໍ່ຄວນຈຸກຈິກຈູ້ຈີ້ກັນຫຼາຍເກີນໄປ ເພາະຈະເຮັດໃຫ້ຝ່າຍໜຶ່ງລຳຄານໄດ້
  3. ຢ່າພະຍາຍາມປ່ຽນຄົນຮັກ: ເມື່ອຄົນຮັກເຈົ້າເປັນຄົນນິໄສແນວໃດໜຶ່ງທີ່ເຈົ້າອາດບໍ່ມັກນັ້ນ ເຈົ້າບໍ່ຄວນຄິດຈະປ່ຽນນິໄສເຂົາ ເພາະຖ້າເຂົາຫາກຮັກເຈົ້າແທ້ ເຂົາຈະເປັນຄົນປັບໂຕເຂົ້າຫາເຈົ້າເອງ
  4. ຍ້ອງຍໍດ້ວຍຄວາມຈິງໃຈ: ເມື່ອຄົນຮັກເຮັດສິ່ງໃດໜຶ່ງທີ່ຖືວ່າດີ ເຈົ້າກໍຄວນຍ້ອງຍໍເຂົາ ແຕ່ຄວນຍ້ອງດ້ວຍຄວາມຈິງໃຈ ແບບອອກມາຈາກໃຈເຈົ້າ
  5. ຢ່າຕຳໜິຄົນຮັກ: ບາງຄັ້ງຄົນຮັກຂອງເຈົ້າອາດຈະເຮັດສິ່ງຜິດພາດມາ ເຈົ້າບໍ່ຄວນຕຳໜິ ແຕ່ຄວນໃຫ້ກຳລັງໃຈ, ປອບໃຈເຂົາຈະດີກວ່າ
  6. ໃຫ້ເອົາໃຈໃສ່ກັບຄົນຮັກ: ຖ້າຢາກໃຫ້ເຂົາຮັກເຮົາ ເຮົາກໍຄວນເອົາໃຈເຂົາໃຫ້ຫຼາຍໆ ພະຍາຍາມເຮັດທຸກສິ່ງເພື່ອໃຫ້ຄົນຮັກປະທັບໃຈໃນໂຕເຮົາ
  7. ສຸພາບ ອ່ອນໂຍນ: ເຈົ້າຕ້ອງເປັນຄົນສຸພາບອ່ອນໂຍນ, ເວົ້າຈາອ່ອນຫວານ ໃຫ້ກຽດຄົນຮັກຢູ່ສະເໝີ ເພື່ອເຮັດໃຫ້ຄົນທີ່ເຮົາຮັກ ຮັກເຮົາຄືນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...