spot_img
Homeຂ່າວຕ່າງປະເທດໄຟປ່າໄໝ້ລາມຢູ່ອິດສະຣາແອນ ທາງການສັ່ງອົບພະຍົບປະຊາຊົນ 50,000 ຄົນ

ໄຟປ່າໄໝ້ລາມຢູ່ອິດສະຣາແອນ ທາງການສັ່ງອົບພະຍົບປະຊາຊົນ 50,000 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ພະຈິກນີ້ວ່າ ທາງການອິດສະລາແອນ ໄດ້ສັ່ງອົບພະຍົບປະຊາຊົນ ອອກຈາກທີ່ຢູ່ອາໄສ ເນື່ອງຈາກໄຟປ່າໄໝ້ລາມ ເຂົ້າໃກ້ກັບເມືອງໄຮຟາ ທາງພາກເໜືອຂອງປະເທດ ໂດຍໂຄສົກເທດສະບານໄຮຟາ ໄດ້ລະບຸວ່າ ມີປະຊາຊົນປະມານ 50,000 ຄົນ ຕ້ອງໄດ້ອົບພະຍົບໄປຢູ່ສູນທີ່ລັດສ້າງຂຶ້ນຊົ່ວຄາວ 4 ແຫ່ງ ໃນນັ້ນ ມີຜູ້ໄດ້ຮັບບາດເຈັບ ຈາກການສູດດົມຄວັນໄຟ ຊຶ່ງນຳສົ່ງໂຮງໝໍແລ້ວ 17 ຄົນ.

ທັງນີ້ ທາງການອິດສະຣາແອນ ໄດ້ສັ່ງກຳລັງທະຫານຈຳນວນຫລາຍຮ້ອຍຄົນ ເຂົ້າຊ່ວຍເຈົ້າໜ້າທີ່ຕຳຫລວດ ແລະ ໜ່ວຍມອດໄຟຂອງເມືອງ ໃນການສະກັດກັ້ນ ບໍ່ໃຫ້ໄຟປ່າໄໝ້ລາມອອກສູ່ວົງກວ້າງ.

ISRAEL-FIRE-HAIFA

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...