Homeຂ່າວການພັດທະນາ4 ແຂວງພາກໃຕ້ ຮຽນຮູ້ການວາງແຜນຜັງ ບ້ານພັດທະນາ, ບ້ານໃຫຍ່ ແລະ ຕົວເມືອງນ້ອຍໃນຊົນນະບົດ

4 ແຂວງພາກໃຕ້ ຮຽນຮູ້ການວາງແຜນຜັງ ບ້ານພັດທະນາ, ບ້ານໃຫຍ່ ແລະ ຕົວເມືອງນ້ອຍໃນຊົນນະບົດ

Published on

ຂປລ. ວັນ​ທີ 22 ພະ​ຈິກ 2016 ​ນີ້ ສະ​ຖາ​ບັນ​ໂຍທາ ​ແລະ ຂົນ​ສົ່ງ​ ຮ່ວມກັບ​ພະ​ແນ​ກ ຍທຂ ​ແຂວງ​ສາລະ​ວັນ​ ​ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່ ​ແລະ ສໍາ​ມະ​ນາ​ການ​ນໍາ​ໃຊ້​ປື້​ມຄູ່​ມື ການວາງ​​ແຜນຜັງ​ບ້ານ​ພັດ​ທະນາ ບ້ານ​ໃຫ່ຍ ​ແລະ ຕົວ​ເມືອງ​ນ້ອຍ​ໃນ​ຊົນ​ນະ​ບົດ ທີ່ຫ້ອງ​ປະຊຸມ​ພະ​ແນ​ກ ຍທຂ ​ແຂວງສາລະວັນ ​ເປັນ​ເວລາ 4 ວັນ (22-25 ພະຈິກ) ​ໂດຍ​​ເປັນ​ປະທານ​ຂອງ ​ທ່ານ ບົວທອງ ຄຸນ​ຍອດ​ປັນຍາ ຮອງ​ເຈົ້າ​ແຂວງໆ​ສາລະ​ວັນ, ທ່ານ ສັນ​ຕີ​ສຸກ ສິມ​ມາລາ​ວົງ ຄະນະ​ປະ​ຈໍາ​ພັກ​ກະຊວງ, ຮອງ​ລັດຖະມົນຕີ​ກະຊວງ ຍທຂ, ​ເຈົ້າ​ເມືອງ​-ຮອງ​ເຈົ້າ​ເມືອງຈາກ 4 ​ແຂວງ​ ພາກ​ໃຕ້​ເຂົ້າຮ່ວມ.

ກອງ​ປະຊຸມ​ສໍາ​ມະ​ນາ ໄດ້​ຮັບ​ຟັງການ​ເຜີຍ​ແຜ່​ປື້​ມຄູ່​ມື ການວາງ​​ແຜນຜັງ​ບ້ານ​ພັດ​ທະນາ ບ້ານ​ໃຫ່ຍ ​ແລະ ຕົວ​ເມືອງ​ນ້ອຍ​ໃນ​ຊົນ​ນະ​ບົດ ​ເຊິ່ງ​ຄູ່​ມື​ດັ່ງກ່າວ​ປະກອບ​ມີ​ ເນື້ອ​ໃນຕົ້ນຕໍ​ພື້ນຖານ​ເຊັ່ນ: ບ່ອນ​ອີງ​ໃນ​ການ​ສ້າງ​ປື້​ມຄູ່​ມື, ຄວາມ​ເປັນ​ມາ​ຂອງ​ປື້​ມຄູ່​ມື, ນິຍາມ​ຄວາມ​ໝາຍ ​ແລະ ມາດຕະຖານ​ຂອງ​ການ​ພັດທະນາ​ບ້ານ, ຂອບ​ເຂດ​ການ​ນໍາ​ໃຊ້​ປື້​ມຄູ່​ມື, ສ່ວນ​ປະກອບ​ຂອງ​ແຜນຜັງ, ມາດຖານ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ, ໜ້າ​ວຽກ ​ແລະ ຂັ້ນຕອນ​ໃນ​ຄູ່​ມື​ ການວາງ​ຜັງ​ບ້ານ​ພັດທະນາ​ບ້ານ​ໃຫ່ຍ ​ແລະ ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ, ບາງ​ຕົວຢ່າງ​ການ​ປະ​ເມີນ​ລາຄາ​ເບື້ອງຕົ້ນ ​ແລະ ການ​ອອກ​ແບບ​ກິດຈະ​ກໍາ​ຕ່າງໆ ​ແລະ ຄວາມ​ຮູ້​ກ່ຽວ​ກັບ ​ວິທີ​ການ​ອອກ​ແບບ​ວາງ​ແຜນ​ຜັງຕາມ 5 ຂັ້ນຕອນ ​ແລະ 15 ໜ້າ​ວຽກ ຂອງ​ການວາງ​ແຜນຜັງ​ບ້ານ​ພັດທະນາ​ ບ້ານ​ໃຫ່ຍ ​ແລະ ຕົວ​ເມືອງ​ນ້ອຍ​ໃນຊົນນະບົດ ​ທີ່​ມີ​ຄວາມ​ຖືກຕ້ອງ​ ຕາມ​ຂະ​ບວນການວາງ​ແຜນຜັງ​ເມືອງ​ ດ້ວຍ​ເຕັກນິກ​ເຂົ້າ​ໃຈງ່າຍ.
ແຫລ່ງຂ່່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...