spot_img
Homeຂ່າວການພັດທະນາເສັ້ນທາງຕານມີໄຊ-ໜອງບຶກ ຄາດວ່າຈະໃຫ້ສໍາເລັດໃນປີ 2018

ເສັ້ນທາງຕານມີໄຊ-ໜອງບຶກ ຄາດວ່າຈະໃຫ້ສໍາເລັດໃນປີ 2018

Published on

ເສັ້ນທາງແຕ່ 4 ແຍກໄຟແດງ ຕານມີໄຊ-ໜອງບຶກ ໄດ້ເລີ່ມລົງມືກໍ່ສ້າງ ໃນອາທິດຜ່ານມາ, ພາຍຫລັງເສັ້ນທາງດັ່ງກ່າວ ໄດ້ເປ່ເພຊຸດໂຊມມາເປັນເວລາຫລາຍປີແລ້ວ, ໂດຍແມ່ນ ກຸ່ມບໍລິສັດຕັງຈະເລີນຈໍາກັດ ເປັນຜູ້ຮັບເໝົາ ແລະ ລົງທຶນກ່ອນ 100% ໃນມູນຄ່າປະມານ 45 ລ້ານກວ່າໂດລາສະຫະລັດ ຫລື ປະມານ 364 ຕື້ກີບ, ຈະໃຫ້ສຳເລັດ 100% ໃນປີ 2018. ເສັ້ນທາງດັ່ງກ່າວ, ມີຄວາມຍາວ 9,37 ກິໂລແມັດ, ຈະປູດ້ວຍເບຕົງເສີ່ມເຫລັກ ມີຄວາມໜາ 23 ຊັງຕີແມັດ, ປະກອບມີ 6 ຊ່ອງທາງ, ມີດອນກາງ, ມີທາງຄົນຍ່າງ 2 ເບື້ອງ, ພ້ອມລະບົບຮ່ອງລະບາຍນໍ້າ, ໄຟເຍື່ອງທາງ, ໄຟອຳນາດ ແລະ ລະບົບປ້າຍສັນຍານຈະລາຈອນຄົບຊຸດ.

ວິຊາການພາກສະໜາມ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໄດ້ເລີ່ມລົງມືມາແຕ່  ຕົ້ນເດືອນພະຈິກນີ້, ໂດຍສະເພາະແມ່ນການຍົກຍ້າຍສິ່ງກີດຂວາງຕາມແລວທາງ, ສ່ວນຈຸດໃດທີ່ແຕະຕ້ອງເຖິງຜົນປະໂຫຍດຂອງປະຊາຊົນ ກໍໄດ້ມີໜ່ວຍງານສະເພາະ ລົງໄກ່ເກ່ຍແກ້ໄຂ ແລະ ບາງຈຸດກໍພວມວາງທໍ່ລະບາຍນໍ້າ ເພື່ອໃຫ້ສຳເລັດກ່ອນການປູເບຕົງ. ດັ່ງນັ້ນ ຜູ້ຮັບເໝົາຈຶ່ງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃນເສັ້ນທາງດັ່ງກ່າວ, ມີຄວາມລະມັດລະວັງຄ່ອຍໄປຄ່ອຍມາ ໃນໄລຍະທີ່ມີການກໍ່ສ້າງ, ບໍ່ຈອດລົດຊະຊາຍ, ທັງນີ້ກໍເພື່ອຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ຮັບປະກັນໄດ້ຄວາມປອດໄພໃຫ້ແກ່ຕົນເອງອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ຈັດຂຶ້ນຢູ່ນະຄອນນີວຢອກ, ສະຫາລັດອາເມລິກາ, ກອງປະຊຸມດັ່ງກ່າວ ມີການນໍາຂັ້ນສູງຈາກບັນດາປະເທດສະ ມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ,...

ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12 ໂມງ 00

ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະໃນລະດັບປານກາງຢູ່ບາງທ້ອງຖິ່ນພ້ອມມີລົມ ພັດແຮງເປັນບາງໂອກາດ. ພ້ອມດຽວກັນນີ້, ໃນເວລາ 7:00 ໂມງ ສະພາບລະດັບນໍ້າສາຂາ ເຊັ່ນ:...

ກັກຕົວແກ້ງໄວລຸ້ນ ດັດແປງສະພາບເຕັກນິກລົດຈັກ ມາສຶກສາອົບຮົມ

ວັນທີ 19 ກັນຍາ 2024, ກອງບັນຊາການ ປກສ ເມືອວຽງພູຄາ ແຂວງຫຼວງນໍ້າທາ ໄດ້ອອກກວດກາເຄື່ອນໄຫວຕາມເທດບານ ເມືອງວຽງພູຄາ ພົບເຫັນຜູ້ລະເມີດການສັນຈອນ ໂດຍການດັດແປງສະພາບເຕັກນິກລົດຈັກ ຈຳນວນ 11...

ມອບ-ຮັບເຂົ້າສານຈ້າວ 100 ກວ່າໂຕນ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແຂວງຫຼວງນໍ້າທາ

ໃນຕອນເຊົ້າວັນທີ 26 ກັນຍາ 2024, ອົງການກາແດງແຫ່ງຊາດລາວ,ອົງການອາຫານໂລກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະນຳແຂວງຫຼວງນໍ້າທາ ແລະ ອົງການກາແດງແຂວງ ໄດ້ລົງແຈກຢາຍເຂົ້າສານຈ້າວໃຫ້ປະຊາຊົນທີ່ປະສົບໄພນໍ້າຖ້ວມ ໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ...