spot_img
Homeຂ່າວທ້ອງຖິ່ນເມືອງໄຊບູລີ ມີແຜນຈະປູກເຂົ້ານາແຊງໃຫ້ໄດ້ 8 ພັນກວ່າເຮັກຕາ

ເມືອງໄຊບູລີ ມີແຜນຈະປູກເຂົ້ານາແຊງໃຫ້ໄດ້ 8 ພັນກວ່າເຮັກຕາ

Published on

ອຳນາດການປົກຄອງຂັ້ນຕ່າງໆຂອງເມືອງໄຊບູລີ ແຂງສະຫວັນນະເຂດ ສົມທົບ ກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄດ້ລົງຊຸກຍູ້ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນທ້ອງຖິ່ນຕ່າງໆພາຍໃນເມືອງ ທີ່ມີລະບົບຊົນລະປະທານຕາມສາຍເຊບັ້ງໄຟຕື່ນຕົວ ລົງມືສູ່ການຜະລິດນາແຊງແຕ່ຫົວທີ ພ້ອມວາງຕົວເລກແຜນການຜະລິດນາແຊງ ໃນປີ 2017 ນີ້ 8 ພັນກວ່າເຮັກຕາ.

ພາຍຫຼັງທີ່ສຳເລັດເສັດສິ້ນການເກັບກ່ຽວ ແລະ ມ້ຽນມັດເຂົ້ານາປີ; ທາງພາກສ່ວນກ່ຽວຂ້ອງກໍໄດ້ນຳພາປະຊາຊົນໄດ້ທຳການເຮັດອະນາໄມຄອງເໝືອງສາຍຕ່າງໆພ້ອມທັງທຳການສ້ອມແປງຈັກສູບນ້ຳ ແລະ ອຸປະກອນການຜະລິດທັງນີ້ກໍເພື່ອເປັນການກະກຽມສູ່ການຜະລິດເຂົ້ານາແຊງໂດຍສະເພາະແມ່ນການຕົກກ້ານາແຊງ.

ທ່ານ ອະນຸຊາ ປະທຸມມະແສງ ຮອງເຈົ້າເມືອງໄຊບູລີເປີດເຜີຍວ່າ: ໃນລະດູແລ້ງປີນີ້ ເມືອງໄຊບູລີ ມີແຜນຈະປູກເຂົ້ານາແຊງໃຫ້ໄດ້ໃນເນື້ອທີ່ 8.580 ເຮັກຕາ, ປະຈຸບັນ ພໍ່ແມ່ປະຊາຊົນເຂດໂຄງການຊົນລະປະທານເວີນ-ຕົ້ນແຫນ ໄດ້ສາມັກຄີກັນເຮັດອະນາໄມຄອງເໝືອງແມ່ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ເອົານ້ຳຈາກໂຄງການຊົນລະປະທານຈັກສູບນ້ຳຂຶ້ນ ຫົດເນື້ອທີ່ການຜະລິດຂອງປະຊາຊົນ ຊຶ່ງໃນປີນີ້ເຂດໂຄງການຊົນລະປະທານດັ່ງກ່າວ ມີແຜນຈະປູກເຂົ້ານາແຊງໃຫ້ໄດ້ຈຳນວນ 400 ເຮັກຕາ, ເມືອງໄຊບູລີກໍແມ່ນ ເມືອງໜຶ່ງທີ່ມີການຜະລິດກະສິກຳຢ່າງຫຼວງຫຼາຍ ແລະ ເປັນເມືອງໜຶ່ງທີ່ນອນໃນຈຸດສຸມການຜະລິດເຂົ້າເປັນສິນຄ້າໃນໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...