spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄຸນປະໂຫຍດເປືອກຂອງຫົວຜັກຫອມບົ່ວ

ຄຸນປະໂຫຍດເປືອກຂອງຫົວຜັກຫອມບົ່ວ

Published on

ສູດຊາເປືອກຂອງຫົວຜັກຫອມບົ່ວ: ເອົາເປືອກຂອງຫົວຜັກຫອມບົ່ວໃສ່ໃນຊາມທີ່ເປັນໂລຫະ ເຮົາຈະຊົງຊາໂດຍເອົາເປືອກຂອງຫົວຜັກຫອມບົ່ວພຽງເລັກໜ້ອຍໃສ່ໃນຊາມ ຈາກນັ້ນເທນໍ້າຮ້ອນລົງໄປໃຫ້ຖ້ວມເປືອກຂອງຫົວຜັກຫອມບົ່ວທີ່ໃສ່ໄວ້ກ່ອນໜ້ານີ້ ແລະແຊ່ໄວ້ປະມານ 15 ນາທີ ແລ້ວຕອງເອົາເປືອກຂອງຫົວຜັກບົ່ວອອກແລ້ວດື່ມກ່ອນເຂົ້ານອນ.

ສູດນີ້ສາມາດຊ່ວຍຜູ້ທີ່ໂລຫິດຈາງທີ່ມີອາການອ່ອນເພຍ,​ ເມື່ອຍ ຫຼືນອນຫຼັບຢາກ ເນື່ອງຈາກຊາເປືອກຫົວຜັກຫອມນີ້ມີຄຸນສົມບັັດເປັນຢາກ່ອມປະສາດ ເຮົາສາມາດເອົາເປືອກຂອງຫົວຜັກຫອມບົ່ວໄປໃສ່ໃນນໍ້າແກງໄດ້ເຊັນກັນ ເພາະເຮົາກິນເປືອກຂອງຫົວຜັກຫອມບົ່ວແບບສົດໆບໍ່ໄດ້.

ເປືອກຂອງຫົວຜັກຫອມບົ່ວດີຕໍ່ສຸຂະພາບຫຼາຍ ເນື່ອງຈາກມັນມີເສັ້ນໃຍຊະນິດທີ່ບໍ່ລະລາຍນໍ້າ ຈຶ່ງມີຄຸນສົມບັດທີ່ຊ່ວຍເລື່ອງການຫົດຕົວຂອງກ້າມຊີ້ນຂອງທາງເດີນອາຫານໄດ້ ນອກຈາກນີ້ ເສັ້ນໃຍຂອງມັນຍັງຊ່ວຍຂັບສານຜິດໃນຮ່າງກາຍ ປັບຄ່າ PH ໃຫ້ສົມດຸນ ແລະຍັງຢັບຢັ້ງບໍ່ເຮັດໃຫ້ມະເຮັງເຕີບໂຕຂຶ້ນດ້ວຍ.

ຄໍາເຕືອນ: ຜູ້ຍິງທີ່ກໍາລັງຖືພາ ແລະຜູ້ຍິງທີ່ຢູ່ໃນຊ່ວງໃຫ້ນົມລູກ ບໍ່ຄວນໃຊ້ວິທີນີ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...