Homeນານາສາລະ9 ເຫດຜົນທີ່ຄວນກິນໝາກແຕງກວາໃຫ້ຫຼາຍຂຶ້ນ ເພາະມັນມີປະໂຫຍດຫຼາຍກວ່າທີຄິດ

9 ເຫດຜົນທີ່ຄວນກິນໝາກແຕງກວາໃຫ້ຫຼາຍຂຶ້ນ ເພາະມັນມີປະໂຫຍດຫຼາຍກວ່າທີຄິດ

Published on

 

  1. ຊ່ວຍທົດແທນນໍ້າທໍາມະດາໄດ້ໃນວັັນທີ່ຮ່າງກາຍເຮົາໄດ້ຮັບນໍ້າບໍ່ພຽງພໍ ເພາະໝາກແຕງກວາມີນໍ້າເປັນສ່ວນປະກອບເຖິງຮ້ອຍລະ9
  2. ຊ່ວຍໃຫ້ອຸນຫະພູມໃນຮ່າງກາຍເຢັນລົງ ແລະກິນແລ້ວສົດຊື່ນ.
  3. ການກິນໝາກແຕງກວາ ຈະຊ່ວຍໃຫ້ຜິວພັນເຮົາຊຸ່ມຊື່ນ ແລະຊ່ວຍບັນເທົ່າອາການແສບຮ້ອນຈາກການຖືກແດດເຜົ່າ ( ແຕ່ຕ້ອງກິນຫຼາຍໆ ).
  4. ຊ່ວຍຫຼຸດສານຜິດໃນຮ່າງກາຍ ໝາກແຕງກວາຈະເປັນຄືກັນກັບຟອຍກວາດ ຄອຍກວາດສ່ວນເສຍອອກຈາກຮ່າງກາຍ ແລະຊ່ວຍລະລາຍນິ້ວໃນໝາກໄຂ່ຫຼັງ.
  5. ໝາກແຕງກວາຍັງມີວິຕາມິນພຽບ ມີທັງວິຕາມິນຊີເຖິງ 20 ມິນລິກະລາມຕໍ່ 100 ກະລາມ, ວິຕາມິນເອ, ເບຕ້າແຄໂຮທີນ ແລະແຄວຊຽມຟົດສະຟໍຣິກ ແລະທາດເຫຼັກເປັນຕົ້ນ.
  6. ເໝາະສໍາຫຼັບຜູ້ທີ່ກໍາລັງຄວບຄຸມອາຫານເພື່ອຫຼຸດນໍ້າໜັກ ເພາະໝາກແຕງກວາມີສ່ວນປະກອບຂອງນໍ້າຢູ່ໃນປະລິມານຫຼາຍ ແຕ່ແຄລໍລີຕໍ່າ.
  7. ເໝາະສໍາຫຼັບຜູ້ທີ່ທຽວທ້ອງຊໍ້າເຮື້ອ ເພາະມີໃຍອາຫານຢູ່ສູງ ແລະນໍ້າຢູ່ໃນໝາກແຕງກວາຈະຊ່ວຍເຮັດໃຫ້ອາຈົມແຫຼວຖ່າຍງ່າຍ.
  8. ຫຼຸດກິ່ນປາກ ຫາກມີກິ່ນປາກໃຫ້ກິນໝາກແຕງກວາ ຈະຊ່ວຍຫຼຸດກິ່ນທີ່ບໍ່ເພິ່ງປາຖະໜາໄດ້ເປັນຢ່າງດີ.
  9. ຫຼຸດອາການເມົາຄ້າງ ຕື່ນເຊົ້າມາແລ້ວມີອາການເມົາຄ້າງລອງກິນໝາກແຕງກວາແຊ່ເຢັນ.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...