spot_img
Homeນານາສາລະລາຍຊື່ຈອມພູສູງໃນ ສປປ ລາວ

ລາຍຊື່ຈອມພູສູງໃນ ສປປ ລາວ

Published on

ພູ ແລະ ສາຍພູສ່ວນຫຼາຍໄດ້ເຕົ້າໂຮມກັນຢູ່ທາງພາກເໜືອຂອງລາວ ນັບທັງພາກຕະເວັນອອກສຽງເໜືອ ແລະ ພາກຕະເວັນຕົກສຽງເໜືອ ຕັ້ງແຕ່ເນັ້ນຂະໜາດ 18 ອົງສາເໜືອຂຶ້ນໄປ, ໃນນັ້ນພູທີ່ສູງກວ່າໝູ່ແມ່ນຢູ່ທາງພາກຕະເວັນອອກສຽງເໜືອ ຈອມພູທີ່ສູງທີ່ສຸດໃນລາວ ແມ່ນພູເບ້ຍ ແລະ ລາຍຊື່ພູທີ່ສູງທີ່ສຸດໃນລາວມີ:

  1. ພູເບ້ຍ ແຂວງ ໄຊສົມບູນ ສູງ 2,820 ແມັດ
  2. ພູຊາຍໄຫຼແລ້ງ ແຂວງ ຊຽງຂວາງ ສູງ 2,717 ແມັດ
  3. ພູສາມສຸ່ມ ແຂວງ ຊຽງຂວາງ ສູງ 2,620 ແມັດ
  4. ພູຊາວ ແຂວງ ຊຽງຂວາງ ສູງ 2,590 ແມັດ
  5. ພູອາທວດ ແຂວງ ເຊກອງ ສູງ 2,500 ແມັດ
  6. ພູໝ້ຽງ ແຂວງ ວຽງຈັນ ສູງ 2,455 ແມັດ
  7. ພູຫວດ ແຂວງ ຫົວພັນ ສູງ 2,452 ແມັດ
  8. ພູຊ້າງ ແຂວງ ໄຊຍະບູລີ ສູງ 2,330 ແມັດ
  9. ພູງອກໄນ ແຂວງ ອັດຕະປື ສູງ 2,259 ແມັດ
  10. ພູເລີຍ ແຂວງ ຫົວພັນ ສູງ 2,257 ແມັດ
  11. ພູຮາວກໍ່ ແຂວງ ຄຳມ່ວນ ສູງ 2,256 ແມັດ
  12. ພູງອກປ່ານ ແຂວງ ອັດຕະປື ສູງ 2,251 ແມັດ
  13. ພູຜາວີ ແຂວງ ຊຍງຂວາງ ສູງ 2,221 ແມັດ
  14. ພູສັນ ແຂວງ ຊຽງຂວາງ ສູງ 2,218 ແມັດ
  15. ພູສານສາດ ແຂວງ ວຽງຈັນ ສູງ 2,128 ແມັດ
  16. ພູໄດເຈ້ຍກຸ້ງ ແຂວງ ຫຼວງນ້ຳທາ ສູງ 2,099 ແມັດ
  17. ພູລາວປີ ແຂວງ ຫຼວງພະບາງ ສູງ 2,079 ແມັດ
  18. ພູປານໃຫຍ່ ແຂວງ ຫົວພັນ ສູງ 2,079 ແມັດ
  19. ພູຫອມຈັນ ແຂວງ ຊຍງຂວາງ ສູງ 2,038 ແມັດ
  20. ພູເຂົ້າໝ້ຽງ ແຂວງ ໄຊຍະບູລີ ສູງ 2,007 ແມັດ
  21. ພູປາຄ້າວ ແຂວງ ອຸດົມໄຊ ສູງ 1,870 ແມັດ
  22. ພູດອຍຈິ ແຂວງ ຜົ້ງສາລີ ສູງ 1,812 ແມັດ
  23. ພູແລ ແຂວງ ບໍລິຄຳໄຊ ສູງ ສູງ 1,761 ແມັດ
  24. ພູຈາປູຕາ ແຂວງ ຫຼວງນ້ຳທາ ສູງ 1,588 ແມັດ
  25. ພູກະແຕ ແຂວງ ສາລະວັນ ສູງ 1,583 ແມັດ
  26. ພູປາສັກ ແຂວງ ຈຳປາສັກ ສູງ 1,430 ແມັດ

 

ຂໍ້ມູນຈາກ: ອິດສະຫຼະ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!


 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...