spot_img
Homeນານາສາລະ8 ສິ່ງທີ່ເກີດຂຶ້ນກັບຮ່າງກາຍ ທີ່ເຈົ້າອາດບໍ່ຮູ້ວ່າມັນຄືການປ້ອງກັນຕົວ

8 ສິ່ງທີ່ເກີດຂຶ້ນກັບຮ່າງກາຍ ທີ່ເຈົ້າອາດບໍ່ຮູ້ວ່າມັນຄືການປ້ອງກັນຕົວ

Published on

  1. ການຫາວ: ສາເຫດທີ່ເຮັດໃຫ້ຫາວ ຄືການຫຼຸດອຸນຫະພູມຂອງສະໝອງ ເຮັດໃຫ້ສະໝອງເຢັນລົງ ຫຼັງຈາກທີ່ໄດ້ຮັບຄວາມຮ້ອນຫຼາຍ ຫຼືເຮັດວຽກຫຼາຍຈົນເກີນໄປ
  2. ການຈາມ: ຕາມປົກກະຕິແລ້ວ ຄົນເຮົາຈະຈາມເມື່ອໂພງດັງຂອງເຮົາ ໄດ້ຮັບສານກໍ່ພູມແພ້ຫຼາຍຂຶ້ນເຊັ່ນ: ຝຸ່ນ, ຈຸລິນຊີ, ສານກະຕຸ້ນອື່ນໆ , ການຈາມຄືການທີ່ເຮັດໃຫ້ຮ່າງກາຍ ພະຍາຍາມກຳຈັດສິ່ງທີ່ລົບກວນເຫຼົ່ານັ້ນອອກໄປ
  3. ບິດໂຕ: ຕາມສັນຊາດຕະຍານ ເຮົາຈະບິດໂຕ ເພື່ອກຽມຄວາມພ້ອມຂອງຮ່າງກາຍ ຊິ່ງການຢືດກ້າມເນື້ອ ຈະຟື້ນຟູລະບົບໄຫຼວຽນຂອງເລືອດ ແລະຊ່ວຍປັບອາລົມຂອງເຮົາໃຫ້ດີຂຶ້ນອີກດ້ວຍ
  4. ການສະເອິ: ເວລາທີ່ເຮົາກິນອາຫານດ້ວຍຄວາມໄວເກີນ, ກືນອາຫານທີ່ໃຫຍ່ ຫຼືການກິນຫຼາຍຈົນເກີນໄປ ອາດເຮັດໃຫ້ເສັ້ນປະສາດ Pneumogastric ໄດ້ຮັບການຄາຍເຄືອງ ເຊິ່ງມັນເຊື່ອມຕໍ່ກັບກະເພາະອາຫານ, ກະບັງລົມ ຈົນເຮັດໃຫ້ສະເອິນັ້ນເອງ
  5. ຮອຍແຫ່ວຕາມຜິວໜັງ: ເວລາທີ່ເຮົາແຊ່ນໍ້າເປັນເວລາດົນ ຈະເຮັດໃຫ້ເປັນຮອຍແຫ່ວຕາມຜິວມື ເຊິ່ງຄວາມເປັນຈິງນັ້ນ ເພາະວ່າຮ່າງກາຍຕ້ອງປະເຊີນກັບສະພາບແວດລ້ອມ ທີ່ມີຄວາມປຽກຊື້ນເພີ່ມຂຶ້ນ ຜິວໜັງບໍລິເວນນິ້ວມືຈະເລີ່ມປັບໂຕ ໃຫ້ເຈົ້າສາມາດປັບພື້ນຜິວຕ່າງໆ ໄດ້ງ່າຍຂຶ້ນ
  6. ສູນເສຍຄວາມຈຳ: ເວລາທີ່ເກີດເຫດການຮ້າຍແຮງ ຈົນເຮັດໃຫ້ເກີດອາການຊ໊ອກ, ບາງຄັ້ງຄົນເຈັບຈຳສູນເສຍຄວາມຈຳໃນຊ່ວງເວລານັ້ນໄປ ເຊິ່ງນັ້ນເກີດຈາກສະໝອງຂອງເຮົາຊ່ວຍລົບຊ່ວງເວລາ ທີ່ຮ້າຍແຮງອອກໄປຈາກຄວາມຊົງຈຳຂອງເຮົາ
  7. ຂົນໜາວລຸກ: ສາເຫດຫຼັກຂອງຂົນລຸກ ຄືປະລິມານ ຄວາມຮ້ອນໃນຮ່າງກາຍຜ່ານຮູຂຸມຂົນເທິງຜິວໜັງຂອງເຮົາ ນີ້ຄືວິທີທີ່ຮ່າງກາຍໃຊ້ອົບອຸ່ນຮ່າງກາຍ ເມື່ອຕ້ອງພົບກັບສະພາບອາກາດທີ່ບໍ່ອຳນວຍ
  8. ນໍ້າຕາ: ທາງຮ່າງກາຍນໍ້າຕາຈະ ເຮັດໜ້າທີ່ປ້ອງກັນເຍື່ອເມືອກຂອງດວງຕາ ເວລາທີ່ມີສິ່ງໃດໜຶ່ງເຂົ້າມາສຳຜັດກັບຕາເຮົາ, ນອກຈາກນັ້ນ ນໍ້າຕາຍັງປຽບກັບກົນໄກປ້ອງກັນທາງອາລົມອີກດ້ວຍ, ນັກວິທະຍາສາດເຊື່ອວ່າ ໃນສະຖານະການທີ່ເຄັ່ງຕຶງ ຮ່າງກາຍຈະສ້າງສິ່ງທີ່ຫັນຄວາມສົນໃຈ ຈາກຄວາມເຈັບປວດ ທີ່ພວກເຂົາກຳລັງປະສົບຢູ່ໃນຂະນະນັ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...