spot_img
Homeຂ່າວຕ່າງປະເທດຊາວບ້ານດື່ມເຫລົ້າຕົ້ມປົນເປື້ອນສານພິດ ເສຍຊີວິດຢ່າງໜ້ອຍ 21 ຄົນ ຢູ່ປະເທດກາເມຣູນ

ຊາວບ້ານດື່ມເຫລົ້າຕົ້ມປົນເປື້ອນສານພິດ ເສຍຊີວິດຢ່າງໜ້ອຍ 21 ຄົນ ຢູ່ປະເທດກາເມຣູນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ເກີດເຫດເສົ້າສະຫລົດໃຈ ເມື່ອປະຊາຊົນຢູ່ເມືອງມິນດູຣູ ທາງພາກຕາເວັນອອກຂອງປະເທດກາເມຣູນ ພາກັນກິນເຫລົ້າຕົ້ມຊຶ່ງປົນເປື້ອນສານພິດ ໃນງານລ້ຽງແຫ່ງໜຶ່ງ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ ແລະ ອີກ 6 ຄົນ ຍັງຕ້ອງນອນປິ່ນປົວຢູ່ໂຮງໝໍ ເມື່ອວັນອາທິດທີ 13 ພະຈິກຜ່ານມານີ້.

ທ່ານ ໂຣແບ ມາຕູແຣັງ ບິຢາງ ເຈົ້າໜ້າທີ່ສາທາລະນະສຸກທ້ອງຖິ່ນ ໄດ້ລະບຸວ່າ ຜູ້ທີ່ດື່ມເຫລົ້າຕົ້ມໃນເທື່ອນີ້ ມີບາງຄົນມີອາການປວດທ້ອງ, ບໍ່ສາມາດເບິ່ງເຫັນໄດ້ ແລະ ໝົດສະຕິ ໂດຍໃນຈຳນວນຜູ້ເສຍຊີວິດທັງໝົດນີ້ ມີເຖິງ 14 ຄົນ ນອນເສຍຊີວິດຄາທີ່ຢູ່ໃນງານລ້ຽງ.

ດ້ານເຈົ້າໜ້າທີ່ອົງການປົກຄອງທ້ອງຖິ່ນ ໄດ້ອອກຄຳເຕືອນປະຊາຊົນ ໃຫ້ລະມັດລະວັງໃນການຕົ້ມເຫລົ້າດື່ມເອງ ເນື່ອງຈາກມີຄວາມສ່ຽງອາດມີສານພິດປົນເປື້ອນ ໂດຍບໍ່ໄດ້ຕັ້ງໃຈ.
 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...