spot_img
Homeຂ່າວທ້ອງຖິ່ນແຂວງວຽງຈັນ ເກັບລາຍຮັບໄດ້ລື່ນແຜນ

ແຂວງວຽງຈັນ ເກັບລາຍຮັບໄດ້ລື່ນແຜນ

Published on

ການເກັບລາຍຮັບເຂົ້າງົບປະມານ ຂອງແຂວງວຽງຈັນ ໃນສົກ 2015-2016 ນີ້ ປະຕິບັດໄດ້ເກືອບ 200 ຕື້ກີບ ຊຶ່ງລື່ນແຜນການທີ່ວາງເອົາໄວ້ຢ່າງວຸດວິດ, ແຫຼ່ງລາຍຮັບສ່ວນໃຫຍ່ແມ່ນອາກອນປົກກະຕິກວມເອົາເຖິງ 160 ຕື້ກວ່າກີບ.
ທ່ານ ຂັນທອງ ພະລະຄອນ ຫົວໜ້າພະແນກສ່ວຍສາອາກອນ ແຂວງວຽງຈັນ ກ່າວຕໍ່ຜູ້ສື່ຂ່າວໃນວັນທີ 15 ພະຈິກນີ້ວ່າ: ການເກັບລາຍຮັບເຂົ້າງົບປະມານ ໃນສົກ 2015-2016 ນີ້ ແຂວງວຽງຈັນ ໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດແຕ່ຫົວທີດ້ວຍຄວາມຮັບຜິດຊອບສູງ ຊຶ່ງຕາມການສະຫຼຸບໝົດສົກດັ່ງກ່າວຜົນອອກມາແມ່ນເປັນທີ່ໜ້າພໍໃຈຢູ່ ເພາະສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 198 ຕື້ກວ່າກີບ, ຊຶ່ງຕົວເລກແຜນການຈັດເກັບທີ່ວາງເອົາໄວ້ແມ່ນ 184 ຕື້ກີບຖືວ່າສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ກາຍແຜນຢ່າງວຸດວິດ, ລາຍຮັບດັ່ງກ່າວແມ່ນໄດ້ຈາກອາກອນປົກກະຕິ 164 ຕື້ກວ່າກີບ, ລາຍຮັບວິຊາການ 21 ຕື້ກວ່າກີບ, ລາຍຮັບຈາກທີ່ດິນ 11 ຕື້ກວ່າກີບ ແລະຄ່າທຳນຽມ 2 ຕື້ກວ່າກີບ.

ທ່ານຫົວໜ້າພະແນກສ່ວຍສາອາກອນ ແຂວງວຽງຈັນ ຍັງຊີ້ໃຫ້ເຫັນຖານລາຍຮັບທີ່ເກັບໄດ້ 198 ຕື້ກວ່າກີບນັ້ນ ແມ່ນນອນຢູ່ໃນຂັ້ນແຂວງເປັນຜູ້ຈັດເກັບ 164 ຕື້ກວ່າກີບ, ສ່ວນທີ່ເຫຼືອແມ່ນ 11 ເມືອງ ທົ່ວແຂວງເປັນຜູ້ຈັດເກັບໃນນີ້ເມືອງທີ່ເກັບໄດ້ຫຼາຍແມ່ນວັງວຽງ 7 ຕື້ກວ່າກີບ, ໂພນໂຮງ 5 ຕື້ກວ່າກີບ, ຊະນະຄາມເກືອບ 5 ຕື້ກວ່າກີບ, ທຸລະຄົມ 4 ຕື້ກວ່າ ກີບ, ເມືອງເຟືອງ 2 ຕື້ກວ່າ, ຫີນເຫີບ 2 ຕື້ກວ່າກີບ ແລະເມື່ອງອື່ນໆຕາມລຳດັບ.

ຂ່າວ: ເສດຖະກິດ-ສັງຄົມ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...