spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສຸຂະພາບດີຂຶ້ນທັນທີ ເມື່ອດື່ມນໍ້າ “ຖືກປະລິມານ ຖືກເວລາ”

ສຸຂະພາບດີຂຶ້ນທັນທີ ເມື່ອດື່ມນໍ້າ “ຖືກປະລິມານ ຖືກເວລາ”

Published on

ຮ່າງກາຍຂອງມະນຸດເຮົາ ມີອົງປະກອບຂອງນໍ້າ 50-70% ບໍ່ວ່າຈະເປັນອະໄວຍະວະຕ່າງໆ  ລະບົບການເຮັດວຽກຂອງຮ່າງກາຍທັງໝົດ ຫຼືເລືອດທີ່ມີນໍ້າເປັນສ່ວນປະກອບ ແລະຍັງເປັນສານອາຫານທີ່ສຳຄັນຂອງມະນຸດ ໃນການດຳລົງຊີວິດ, ການດື່ມນໍ້າ ກໍເປັນການສ້າງເສີມສຸຂະພາບທີ່ດີ ແຕ່ກໍຄວນມີໄລຍະເວລາໃນການດື່ມ ແລະວິທີດື່ມນໍ້າ ຕາມທີ່ຮ່າງກາຍຂອງເຮົາຄວນໄດ້ຮັບ

# ດື່ມນໍ້າແນວໃດໃຫ້ສຸຂະພາບດີ

  • ຕື່ນນອນຕອນເຊົ້າຄວນດື່ມນໍ້າອຸ່ນ ເພາະນໍ້າອຸ່ນດື່ມງ່າຍກວ່ານໍ້າທຳມະດາ ແລະອຸນຫະພູມຂອງນໍ້າທີ່ດື່ມ ບໍ່ຄວນຕໍ່າກວ່າອຸນຫະພູມໃນຮ່າງກາຍ ຈຶ່ງຈະບໍ່ເປັນການດຶງອຸນຫະພູມໃນຮ່າງກາຍໃຫ້ເຢັນລົງ ຫຼືອາດເປັນນໍ້າທີ່ມີອຸນຫະພູມໃນຫ້ອງ ຄວນດື່ມໃຫ້ໄດ້ປະມານ 500-750 ມິນລີລິດ ໃນຊ່ວງຕື່ນນອນ ເປັນຊ່ວງທີ່ຄວາມເຂັ້ມຂອງເລືອດສູງ, ຮ່າງກາຍ ແລະເລືອດຈະມີລັກສະນະຂາດນໍ້າ ແລະເພື່ອກະຕຸ້ນລະບົບຂັບຖ່າຍ
  • ພາຍໃນ 15 ນາທີກ່ອນອາຫານ, ເວລາກິນອາຫານ ແລະຫຼັງອາຫານ 30 ນາທີ ທັງ 3​ ເວລານີ້ ດື່ມບໍ່ຄວນຫຼາຍກວ່າ ເຄິ່ງແກ້ວ ເພາະຫາກດື່ມນໍ້າຫຼາຍ ຈະເຮັດໃຫ້ອາຫານໃນກະເພາະອາຫານຈືດຈາງລົງ ສົ່ງຜົນຕໍ່ລະບົບຍ່ອຍອາຫານ ໃນຮ່າງກາຍບໍ່ໄດ້ດີເທົ່າທີ່ຄວນ
  • ຊ່ວງເວລາປະມານ 9-10 ໂມງເຊົ້າ ຄວນດື່ມນໍ້າໃຫ້ໄດ້ ​2 ແກ້ວ ເພາະຊ່ວງນີ້ເປັນຊ່ວງທີ່ມີສິ່ງເສດເຫຼືອເກີດຂຶ້ນ ເພາະຮ່າງກາຍໄດ້ເຮັດວຽກໄປໄດ້ໄລຍະໜຶ່ງແລ້ວ ຄວນດື່ມນໍ້າເພື່ອລະບາຍສິ່ງເສດເຫຼືອນັ້ນອອກ
  • ຫຼັງຈາກນັ້ນ ຄວນກິນນໍ້າເທື່ອລະໜ້ອຍ ເທື່ອລະ 2-3 ກືນ ຖ້າຫາກກິນເທື່ອຫຼາຍໆ ຈະເຮັດໃຫ້ເປັນພາລະໃຫ້ແກ່ລະບົບຍ່ອຍອາຫານ ແລະລະບົບຂັບຖ່າຍ
  • ກ່ອນນອນໃຫ້ດື່ມນໍ້າອີກ 1-2 ແກ້ວ ໃຫ້ຫຼາຍກວ່າ 250 ມິນລີລິດ ເພື່ອໃຫ້ນໍ້າທີ່ດື່ມໄຫຼວຽນລ້າງສິ່ງຕົກຄ້າງໃນລຳໄສ້ ແລະກະເພາະອາຫານ ຖ້າຫາກກິນນໍ້າອຸ່ນຍິ່ງເຮັດໃຫ້ນອນຫຼັບດີ

#  ປະໂຫຍດຂອງການດື່ມນໍ້າ:

  • ຊ່ວຍບຳລຸງສຸຂະພາບຜິວໃຫ້ດີຂຶ້ນ ເພີ່ມຄວາມຊຸ່ມຊື່ນ ປ້ອງກັນລິ້ວລອຍ ແລະຜິວແຫ້ງໄດ້
  • ຊ່ວຍເພີ່ມຄວາມສົດຊື່ນໃຫ້ຮ່າງກາຍ
  • ປັບຄວາມສົມດູນໃຫ້ຮ່າງກາຍ
  • ຊ່ວຍໃຫ້ລະບົບການເຮັດວຽກຂອງເລືອດໄດ້ດີຂຶ້ນ
  • ຄວບຄຸມອຸນຫະພູມຂອງຮ່າງກາຍໃຫ້ຄົງທີ່
  • ຄໍ່ຕ່າງໆໃນຮ່າງກາຍເຮັດວຽກໄດ້ດີຂຶ້ນ
  • ລະບົບການຍ່ອຍອາຫານເຮັດວຽກໄດ້ດີ
  • ຊ່ວຍໃຫ້ອະໄວຍະວະໃນຮ່າງກາຍຕ່າງໆ ເຮັດວຽກໄດ້ມີປະສິດທິພາບເຊັ່ນ: ຫົວໃຈ, ໝາກໄຂ່ຫຼັງ
  • ລະບົບຂັບຖ່າຍເຮັດວຽກໄດ້ດີຂຶ້ນ

ນໍ້າຄືສິ່ງທີ່ຮ່າງກາຍມະນຸດເຮົາຕ້ອງການຫຼາຍທີ່ສຸດ ເຊິ່ງເປັນຢາຮັກສາພະຍາດໄດ້ດີທີ່ສຸດ ເພື່ອເຮັດໃຫ້ສຸຂະພາບທີ່ດີ ແລະປ້ອງກັນພະຍາດຕ່າງໆ ຈຶ່ງຄວນມາດື່ມນໍ້າໃຫ້ຫຼາຍຂຶ້ນ ແລະພັກຜ່ອນໃຫ້ພຽງພໍ, ການກິນອາຫານ ແລະການອອກກຳລັງກາຍຢ່າງສະໝໍ່າສະເໝີ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...