spot_img
Homeນານາສາລະຖ້າຢາກໃຫ້ຮ່າງກາຍແຂງແຮງ ຄວນກິນສິ່ງນີ້ ແລະບໍ່ຄວນກິນສິ່ງນີ້

ຖ້າຢາກໃຫ້ຮ່າງກາຍແຂງແຮງ ຄວນກິນສິ່ງນີ້ ແລະບໍ່ຄວນກິນສິ່ງນີ້

Published on

ອາຫານທຸກຊະນິດມີປະໂຫຍດຢ່າງຫຼວງຫຼາຍ, ແຕ່ຖ້າຫາກເຮົາກິນບໍ່ຖືກເວລາກໍເປັນສາເຫດເຮັດໃຫ້ອາຫານນັ້ນ ບໍ່ມີປະໂຫຍດຫຼາຍ ຫຼືອາດບໍ່ມີປະໂຫຍດເລີຍ, ມື້ນີ້ ເຮົາຈະມາຮູ້ຈັກອາຫານທີ່ຄວນກິນເພື່ອຮ່າງກາຍແຂງແຮງ ແລະບໍ່ຄວນກິນ ເພາະອາດເຮັດໃຫ້ຮ່າງກາຍອ່ອນເພຍ ເປັນພະຍາດຫຼາຍຊະນິດໄດ້

  • ກິນນໍ້າໝາກນາວໃສ່ນໍ້າອຸ່ນ ໂດຍການປາດເປັນປ່ຽງສອງສາມປ່ຽງລົງໃສ່ນໍ້າອຸ່ນ ກິນທຸກມື້ ຈະເຮັດໃຫ້ສຸຂະພາບດີ ແລະຢຸດການເຕີບໂຕຂອງກ້ອນເນື້ອງອກ
  • ບໍ່ຄວນກິນອາຫານຕອນເດິກ ເພາະຈະເຮັດໃຫ້ເປັນມະເຮັງກະເພາະອາຫານ
  • ອາທິດໜຶ່ງບໍ່ຄວນກິນໄຂ່ຫຼາຍກວ່າ 4 ໜ່ວຍ
  • ຂາໄກ່ ກິນຫຼາຍ ເປັນສາເຫດເຮັດໃຫ້ເປັນພະຍາດມະເຮັງໄດ້
  • ກິນເຂົ້າອິ່ມບໍ່ຄວນກິນໝາກໄມ້ ແຕ່ຄວນກິນໝາກໄມ້ກ່ອນກິນອາຫານ
  • ຊ່ວງເປັນປະຈຳເດືອນ ບໍ່ຄວນກິນຊາ ແຕ່ຄວນກິນອາຫານບຳລຸງເລືອດແທນ
  • ນໍ້າເຕົາຫູ້ ບໍ່ຄວນໃສ່ໄຂ່ ແລະບໍ່ຄວນເພີ່ມນໍ້າຕານອີກ
  • ຕອນທ້ອງວ່າງ ບໍ່ຄວນກິນໝາກເລັ່ນ ຄວນກິນຫຼັງຈາກອາຫານ
  • ດື່ມນໍ້າທຳມະດາໃນຕອນເຊົ້າທຸກມື້ ເພື່ອປ້ອງກັນພະຍາດໜິ້ວໃນກະເພາະອາຫານ
  • ກ່ອນນອນປະມານ 3 ຊົ່ວໂມງ ບໍ່ຄວນກິນອາຫານ
  • ບໍ່ຄວນກິນຊາໃສ່ນົມຂຸ້ນຫວານ ເພາະໄຂມັນຢູ່ໃນນົມຂຸ້ນ ແລະນໍ້າຕານ ກໍ່ໃຫ້ເປັນພະຍາດເບົາຫວານ ແລະພະຍາດຄວາມດັນເລືອດສູງ
  • ຄວນກິນນໍ້າ 10 ແກ້ວຕໍ່ມື້ ເພື່ອປ້ອງກັນມະເຮັງກະເພາະ ແລະຄວນກິນນໍ້າໃນຕອນສວາຍໃຫ້ຫຼາຍ ສ່ວນຕອນກາງຄືນໃຫ້ກິນໜ້ອຍ
  • ບໍ່ຄວນກິນກາເຟ ຫຼາຍກວ່າ 2 ແກ້ວຕໍ່ມື້ ເພາະຈະເຮັດໃຫ້ນອນບໍ່ຫຼັບ ແລະທ້ອງອືດ
  • ອາຫານມັນ ຫຼືທອດ ກິນຫຼາຍເຮັດໃຫ້ເລືອດຄັ່ງ ໃນກະເພາະລຳໄສ້ ແລະເຮັດໃຫ້ຢາກນອນຕະຫຼອດ
  • ຫຼັງຈາກເວລາ 17:00 ໂມງ ຕ້ອງກິນອາຫານໃຫ້ໜ້ອຍລົງ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...