spot_img
Homeຂ່າວຕ່າງປະເທດລົດໄຟຊົນກັນໃນເກົາຫຼີໃຕ້ ຕາຍ 1 ຄົນ ເຈັບ 80 ກວ່າຄົນ

ລົດໄຟຊົນກັນໃນເກົາຫຼີໃຕ້ ຕາຍ 1 ຄົນ ເຈັບ 80 ກວ່າຄົນ

Published on

BtI1gdoCYAE2kHq BtI7aYrCcAE5VRh

ວັນທີ່ 22 ກໍລະກົດ ສຳນັກຂ່າວເກົາຫຼີໃຕ້ລາຍງານວ່າ ລົດໄຟ 2 ຄັນຊົນກັນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ ບາດເຈັບ 80 ກວ່າຄົນ

ເຫດເກິດຂື້ນລະຫວ່າງສະຖານນີ ແທແບັກກັບສະຖານນີມຸມກ໊ອກໃນແຂວງກັງວອນ ຫ່າງຈາກກຸງໂຊລໄປທາງຕະເວັນອອກ 270 ກິໂລແມັດ ເປັນລົດໄຟສາຍຢອງດົງ ຝັ່ງຕາເວັນອອກຂອງປະເທດ ມີຜູ້ໂດຍສານແມ່ຍິງອາຍຸ 60ປີ ເສຍຊີວິດໜຶ່ງຄົນ ສ່ວນຜູ້ໂດຍສານອີກ 83 ຄົນ ບາດເຈັບ ເຈົ້າໜ້າທີ່ກູ້ໄພໄປເຖິງທີ່ເກິດເຫດແລະນຳຜູ້ໂດຍສານທີ່ເຫຼືອອອກມາແລ້ວ

ດ້ານທ່ານໂຄເລ ຜູ້ໃຫ້ບໍລິການລົດໄຟຂອງລັດ ກວ່າວ່າລົດໄຟຂະບວນໜຶ່ງເປັນລົດທ້ອງທ່ຽວ ມີຜູ້ໂດຍສານ 40 ຄົນ ລົດໄຟອີກຂະບວນເປັນລົດທຳມະດາ ມີຜູ້ໂດຍສານ 63 ຄົນ ເບິ່ງຄືວ່າລົດໄຟທ່ອງທ່ຽວບໍ່ຢຸດຕາມສັນຍານແຈ້ງຢຸດ ກ່ອນເຖິງສະຖານນີມຸມກ໊ອກ ເຮັດໃຫ້ຊົນກັບລົດໄຟທຳມະດາທີ່ຈອດຢູ່ສະຖານນີ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...