spot_img
Homeຂ່າວຕ່າງປະເທດອິນໂດເນເຊຍ ເລັ່ງເປັນສູນກາງເຊື່ອມຕໍ່ອາຊຽນ

ອິນໂດເນເຊຍ ເລັ່ງເປັນສູນກາງເຊື່ອມຕໍ່ອາຊຽນ

Published on

ທ່ານ ບໍາບັງ ​ໂບດ​ໂຈ​ເນ​ໂຣ ປະທານ​ຄະນະ​ກຳມະການ​ການວາງ​ແຜນ​ພັດທະນາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ (ບັ​ບເພ​ນາສ)​ ເປີດ​ເຜີຍ​ວ່າ: ອິນ​ໂດ​ເນ​ເຊຍ​ຈະ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ເຊື່ອມ​ຕໍ່​ທາງ​ໂຄງ​ສ້າງ​ພື້ນຖານ​ອາ​ຊຽນ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ອິນ​ໂດ​ເນ​ເຊຍ​ຈະ​ເປັນ​ຈຸດ​ສູນ​ກາງ​ໃນ​ການ​ເຊື່ອມ​ຕໍ່​ທາງ​ໂຄງ​ສ້າງ​ພື້ນຖານ​ອາ​ຊຽນ ຈາກ​ການ​ທີ່ ບັບ​ເພ​ນາສ ​ເລັ່ງທີ່​ຈະ​ໃຫ້ການ​ສະໜັບສະໜູນ​ທາງ​ການ​ເງິນ​ໃນ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຫຼາຍ​ໂຄງການ​ໃນ​ອິນ​ໂດ​ເນ​ເຊຍ ພາຍ​ໃຕ້​ແຜນ​ແມ່​ບົດ​ດ້ານ​ການ​ເຊື່ອມ​ຕໍ່​ລະ​ຫ່ວາງ​ກັນ​ໃນ​ອາ​ຊຽນ(​ເອັມ​ແພດ) ປີ 2025 ທີ່​ຕັ້ງ​ເປົ້າ​ຈະ​ສ້າງ​ໂຄງ​ສ້າງ​ພື້ນຖານ​ຢ່າງ​ຍືນ​ຍົງ ນະ​ວັດຕະ​ກຳ​ທາງ​ດິຈິ​ທັລລະບົບ​ໂລ​ຈິ​ສຕິກ​ບໍ່​ມີ​ຮອຍ​ຕໍ່ຄວາມ​ເປັນ​ເລີດ​ດ້ານ​ລະ​ບຽບ ​ແລະ ການ​​ເຄື່ອນ​ຍ້ອຍ​ຂອງ​ປະຊາຊົນ.

ທັງ​ນີ້ ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ມີ​ການ​ນຳ​ສະ​ເໜີ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ໃນ​ອາ​ຊຽນ 9 ​ໂຄງການ​ມູນ​ຄ່າ​ລະຫວ່າງ 600-700 ລ້ານຣູ​ເປຍ​ໃຫ້​ກັບ​ນັກ​ລົງທຶນ ​ໃນ​ລະຫວ່າງ​ເວທີ​ກອງ​ປະຊຸມ​ການ​ລົງທຶນ​ໂຄງສ້າງ​ພື້ນຖານ​ອາ​ຊຽນ ຈີ 2 ບີ ​ໃນ​ຈຳນວນ​ນີ້ ມີ​ໂຄງການ​ທີ່​ກໍ່ສ້າງ​ໃນ​ອິນ​ໂດ​ເນ​ເຊຍ 8 ​ໂຄງການ ​ແລະ ຢູ່​ສປປ ລາວ 1 ​ໂຄງການ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...