spot_img
Homeຂ່າວຕ່າງປະເທດຫວຽດນາມຖະແຫລງການ ຊົມເຊີຍໄຊຊະນະຂອງ ໂດນັນ ທຣັມ ປະທານາທິບໍດີອາເມຣິກາຄົນໃໝ່

ຫວຽດນາມຖະແຫລງການ ຊົມເຊີຍໄຊຊະນະຂອງ ໂດນັນ ທຣັມ ປະທານາທິບໍດີອາເມຣິກາຄົນໃໝ່

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນໍວັນ​ທີ 10 ພະຈິກຜ່ານມານີ້ວ່າ ທ່ານ ເລ​ຫາຍ​ບິ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມໄດ້ຖະແຫລງເນື່ອງ​ໃນ​ໂອ​ກາດ​ທີ່ ທ່ານ ໂດນັນ ທຣັມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ສະຫະລັດອາເມຣິກາ ເມື່ອວັນທີ 09 ພະຈິກທີ່ຜ່ານມານີ້, ທ່ານ​ປະ​ທານ​ປະ​ເທດຫວຽດນາມ ເຈິ່ນດາຍກວາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດນາມ​ ຫງວຽນ​ຊວນ​ຟຸກ ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍເຖິງ ທ່ານ ທຣັມ ໂດຍໃນ​ໂທ​ລະ​ເລກ​ມີ​ເນື້ອໃນບາງຕອນ​ຂຽນ​ວ່າ  “ ຍາມ​ໃດ​ຫວຽດ​ນາມ ກ​ໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ອາ​ເມ​ຣິກາ ແລະ ປາດ​ຖະ​ໜາ​ວ່າ ສອງປະ​ເທດ​ຈະ​ສືບ​ຕໍ່​ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໃຫ້​ເລິກ​ເຊິ່ງກວ່າເກົ່າ ຕາມ​ທິດ​ແທດ​ຈິງ, ໝັ້ນ​​ຄົງ, ຍາວ​ນານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ແລະ ການ​ສຶກ​ສາ-ບຳ​ລຸງ​ສ້າງ, ການ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ​ຫງົບ, ກໍ​ຄື​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ”.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...