spot_img
Homeນານາສາລະອັນຕະລາຍ ທີ່ມາພ້ອມກັບການນອນເວລາຜົມປຽກ ທີ່ຫຼາຍຄົນຍັງບໍ່ທັນຮູ້

ອັນຕະລາຍ ທີ່ມາພ້ອມກັບການນອນເວລາຜົມປຽກ ທີ່ຫຼາຍຄົນຍັງບໍ່ທັນຮູ້

Published on

ສຳລັບຄົນທີ່ມັກສະຜົມຕອນກາງຄືນ ແລ້ວນອນເລີຍ ໂດຍບໍ່ລໍຖ້າໃຫ້ຜົມແຫ້ງກ່ອນ, ລະວັງໃຫ້ດີເພາະ ເມື່ອເວລາທີ່ເຮົານອນຫຼັບ ອາດຈະເກີດບາງຢ່າງຂຶ້ນກັບໜັງຫົວຢ່າງທີ່ເຮົາຄິດບໍ່ເຖິງ ຜົນຕາມມາຫຼັງຈາກທີ່ນອນເວລາຜົມປຽກນັ້ນມີດັ່ງນີ້

  1. ເຮັດໃຫ້ເກີດຜົມຫອກໄດ້ງ່າຍ: ເພາະເມັດສີດຳຂອງຜົມເຮົາ ຈະຖືກຂັບອອກມາໃນເວລາກາງຄືນ, ຖ້າຫາກຜົມບໍ່ແຫ້ງ ການຂັບເມັດສີດຳຂອງຜົມ ຈະຂັບອອກມາໄດ້ຍາກ ເຮັດໃຫ້ເກີດຜົມຫອກໄດ້ໄວກວ່າປົກກະຕິ
  2. ມີອາການເຈັບຫົວ: ຫຼາຍຄົນທີ່ີນອນເວລາຜົມບໍ່ແຫ້ງ ຕື່ນຂຶ້ນມາຈະເຈັບຫົວ ເພາະຄວາມປຽກຊື້ນໃນໜັງຫົວຈະອອກມາ ເຮັດໃຫ້ເກີດການໃຊ້ພະລັງງານໃນສະໝອງ ຕື່ນມາຈຶ່ງເຮັດໃຫ້ເຈັບຫົວໄດ້
  3. ເປັນຫວັດໄດ້ງ່າຍ: ຄວາມເຢັນຈາກຜົມບໍ່ແຫ້ງ ຈະເຮັດໃຫ້ເສັ້ນເລືອດຫົດ ແລະເຮັດໃຫ້ພູມຕ້ານທານໜ້ອຍລົງ ເຮັດໃຫ້ເຊື້ອພະຍາດແພ່ເຂົ້າສູ່ລະບົບທາງເດີນຫາຍໃຈ ເຮັດໃຫ້ຮ່າງກາຍຂອງເຮົາເຈັບປ່ວຍໄດ້ງ່າຍ
  4. ມີຜົນກະທົບຕໍ່ຊົງຜົມ: ເພາະເວລານອນເຮົານອນທັບຜົມທີ່ີປຽກຊື້ນ ເມື່ອຕື່ນມາຈະເຮັດໃຫ້ຜົມເສຍຊົງ ຈຶ່ງຕ້ອງເສຍເວລາຈັດຊົງ ຕ້ອງໄດ້ໄດຜົມໃນຕອນເຊົ້າ ແລະຫາກໄດ້ໄດຜົມທຸກມື້ກໍເຮັດໃຫ້ຜົມເສຍ, ກາຍເປັນຜົມເບົາ, ແຕກປາຍໄດ້ງ່າຍ
  5. ສະສົມເຊື້ອພະຍາດໃນໝອນ: ນໍ້າຈາກຜົມທີ່ປຽກຈະຊຶມເຂົ້າໄປໃນໝອນ ຫາກບໍ່ເອົາໄປຕາກ ຫຼືປ່ຽນໝອນໃໝ່ ກໍຈະເກີດການສະສົມຂອງເຊື້ອພະຍາດ, ເຊື້ອລາ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະເຮັດໃຫ້ໝອນຂາວໆກາຍເປັນສີເຫຼືອງອ່ອນໄດ້

ທາງອອກທີ່ດີທີ່ສຸດ ເພື່ອປ້ອງກັນບັນຫາຕາມມາແບບນີ້ ຄວນຕາກຜົມ ຫຼືເຊັດຜົມໃຫ້ແຫ້ງເສຍກ່ອນ ແລ້ວຈຶ່ງຄ່ອຍນອນ ແລະທີ່ສຳຄັນຢ່າລືມຮັກສາຄວາມສະອາດຂອງໝອນ ແລະບ່ອນນອນ, ໂດຍການເອົາໄປຕາກແດດ ແລະຊັກຜ້າປູ ກັບຊົບໝອນໃຫ້ສະອາດ ເພາະຖ້າມັນເປື້ອນຈະສົ່ງຜົນເສຍຕໍ່ຮ່າງກາຍໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...