Homeນານາສາລະຜັກຫອມປ້ອມ ສະໝູນໄພມະຫັດສະຈັນ

ຜັກຫອມປ້ອມ ສະໝູນໄພມະຫັດສະຈັນ

Published on

ຜັກຫອມປ້ອມ ສະໝູນໄພມະຫັດສະຈັນ ຊ່ວຍກໍັດຈັດໂລຫະໜັກອອກຈາກຮ່າງກາຍໄດ້ເຖິງ 80% ໃນ 42 ມື້

ເຮົາສາມາດເວົ້າໄດ້ວ່າຜັກຫອມປ້ອມເປັນໜຶ່ງສະໝູນໄພສໍາລັບລ້າງສານຜິດທີ່ມີປະສິດທິພາບຫຼາຍທີ່ສຸດ ມັນສາມາດມາດກໍາຈັດໂລຫະໜັກ ແລະສານຜິດປົນເປື້ອນອື່ນໆ.

ຕາມຜູ້ທີ່ຊ່ຽວຊານລະບຸໄວ້ວ່າ ໂລຫະໜັກມີສ່ວນເຮັດໃຫ້ເກີດບັນຫາສຸຂະພາບທີ່ຮຸນແຮງເຊັ່ນ: ພະຍາດຫົວໃຈ, ພະຍາດມະເຮັງ, ສະໝອງເຊື່ອມ, ອາການທອງອາຫານ, ພະຍາດປວດ, ພະຍາດຕັບ ແລະພະຍາດກະດູກພ່ອຍ.

ຜັກຊະນິດນີ້ດີຕໍ່ສຸຂະພາບເຕັມໄດ້ວຍສານອາຫານທີ່ດີປັນຈໍານວນຫຼາຍຮວມທັງແຮ່ທາດ, ແມກນີຊ່ຽມ, ໂພແທສຊ່ຽມ, ເຫຼັກ ນອກຈາກນີ້ຍັງມີວິຕາມິນ A ແລະK ສູງ ຊຶ່ງໄດ້ຮັບການພິສູດແລ້ວວ່າຕ້ານການອັກເສບ, ຫຼຸດການຕິດເຊື້ອ ແລະຂ້າເຊື້ອພະຍາດ ແລະເຊື້ອລາໄດ້ຢ່າງໄວວາ.

ນັກວິໄຈຊາວອິນເດຍແຫ່ງສະຖາບັນວິທະຍາສາດການແພດ ( AIIMS ) ໃນນິວເດລີ ໄດ້ໃຊວິທີແກ້ປັນຫານີ້ໂດຍການສີດສານແອນຕິເຈນເຂົ້າໄປໃນອຸ້ງຖົງຕີນຫຼັງດ້ານຊ້າຍຂອງໜູ ເຊຶ່ງຈະເຮັດໃຫ້ເກີດການອັກເສບ ແລະບວມຄ້າຍຄືກັບເປັນພະຍາດໄຂຂໍ້ອັກເສບ ແລະພວກເຂົ້າໄດ້ຄົ້ນພົບວ່າເມື່ອໜູໄດ້ຮັບການບໍລິໂພກຜັກຫອມປ້ອມເຂົ້າໄປ ແລະມັນກໍສາມາດຊ່ວຍຫຼຸດປັນຫາເຫຼົ່ານີ້ໄດ້.

ວິທີໃຊຜັກ: ວິທີການເຮັດທີ່ມີປະສິດທິພາບອີກທັງຍັງມີລາຄາຖືກ ແລະນໍາໄປບໍລິໂພກໃຫ້ໄດ້ປະໂຫຍດໃນຊີວິດປະຈໍາວັນ ເອົາຜັກຫົວປ້ອມຊະນິດໃດກໍໄດ້ປັ່ນດື່ມຢ່າງສະໝໍ່າສະເໝີ ຫຼືໃຊ້ປຸງແຕ່ງອາຫານກໍໄດ້.

ສ່ວນປະກອບໃນການປັ່ນ: ຜັກຫອມປ້ອມ 1/2 ຖ້ວຍ, ນໍ້າແອັບປິ້ນ 1/2 ຖ້ວຍ, ນໍ້າ 1/2 ຖ້ວຍ ປັ່ນໃຫ້ເປັນເນື້ອດຽວກັນ ແລ້ວກໍດື່ໄດ້.

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...