Homeຂ່າວການພັດທະນາອຸດົມໄຊ ມີຊົນລະປະທານ 1,600 ແຫ່ງນໍາໃຊ້ເຂົ້າໃນການຜະລິດ

ອຸດົມໄຊ ມີຊົນລະປະທານ 1,600 ແຫ່ງນໍາໃຊ້ເຂົ້າໃນການຜະລິດ

Published on

ເນື່ອງໃນໂອກາດວັນຊົນ ລະປະທານແຫ່ງຊາດ (ວັນທີ 3 ພະຈິກ) ທີ່ໄດ້ໝູນວຽນມາອີກວາ ລະໜຶ່ງ  ທ່ານ ບຸນຍືມ ໄຊຍະເວັນ ຄະນະພັກຮາກຖານຮອງຫົວໜ້າ ພະແນກກະສິກຳ ແລະປ່າໄມ້ ແຂວງ ອຸດົມໄຊ ໄດ້ໃຫ້ສຳພາດວ່າ: ກົດໝາຍຊົນລະປະທານ ໄດ້ກຳນົດ ເອົາວັນທີ 3 ພະຈິກຂອງທຸກໆປີ ເປັນວັນຊົນລະປະທານແຫ່ງຊາດ ເປັນການປູກຈິດສຳນຶກກ່ຽວກັບ ຄວາມໝາຍສຳຄັນຂອງຊົນລະປະ ທານ ເພື່ອພ້ອມກັນສ້າງຂະບວນການອະນາໄມຄອງເໝືອງ ແລະ ປັບປຸງຊົນລະປະທານໃຫ້ດີຂຶ້ນ ກະກຽມສະໜອງນ້ຳໃຫ້ແກ່ການ ທຳການຜະລິດບໍ່ວ່າຈະເປັນລະດູ ຝົນ ຫຼື ລະດູແລ້ງກໍແມ່ນໃຫ້ມີຄວາມ ຮັບປະກັນດີຂຶ້ນ. ຍ້ອນເຫັນໄດ້ເຖິງ ຄວາມສຳຄັນຄືດັ່ງກ່າວ ຄະນະນຳ ພະແນກກະສິກຳ ກໍໄດ້ເອົາໄຈໃສ່ ໃນການຕິດຕາມກວດກາຊົນລະປະທານຈຸດທີ່ມີການເປ່ເພ ເພື່ອວາງແຜນປັບປຸງສ້ອມແປງ.

ທ່ານກ່າວອີກວ່າ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ 3 ພະຈິກ 2016 ນີ້ທາງພະແນກ ກະສິກຳ ແລະປ່າໄມ້ແຂວງ ກໍໄດ້ອອກແຈ້ງການໃຫ້ແຕ່ລະເມືອງ ໃຫ້ກະກຽມສ້າງຂະບວນການອະນາໄມຄອງເໝືອງ ປັບປຸງຊົນລະ ປະທານ ກະກຽມປ່ອຍນ້ຳ ເຂົ້າໃນການຜະລິດໃຫ້ໄດ້ຮັບໝາກຜົນ.

ທ່ານຍັງກ່າວຕື່ມວ່າ: ມາຮອດປະຈຸບັນທົ່ວແຂວງອຸດົມໄຊ ມີຊົນລະປະທານ ທັງໝົດ 1.600 ກວ່າແຫ່ງ ໃນນີ້ມີຝາຍນ້ຳລົ້ນ 500 ກວ່າແຫ່ງ, ມີອ່າງເກັບນ້ຳ 22 ແຫ່ງ, ຝາຍຊົນລະປະທານແບບປະຖົມປະຖານ 875 ແຫ່ງທີ່ເປັນທ່າແຮງໃນການຂັບເຄື່ອນ ວຽກງານກະສິກຳປ່າໄມ້ໃຫ້ປະສົບຜົນສຳເລັດ.

ໂອກາດດຽວກັນນີ້ທ່ານຍັງໄດ້ ຮຽກຮ້ອງໃຫ້ກຸ່ມການຊົມໃຊ້ ຊົນລະປະທານເອົາ​ໃຈໃສ່ໃນການປົກປັກຮັກສາ, ຄຸ້ມຄອງ ແລະນຳໃຊ້ ໃຫ້ຖືກຕ້ອງຕາມລະບຽບການ ແລະເກັບເງິນຄ່າຄຸ້ມຄອງຕາມທີ່ ໄດ້ກຳນົດໄວ້ເພື່ອບຳລຸງຮັກສາ ແລະສ້ອມແປງໃນເວລາເປ່ເພ່.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...