spot_img
Homeນານາສາລະປະໂຫຍດຂອງການກິນນໍ້າໝາກນາວກ່ອນນອນ

ປະໂຫຍດຂອງການກິນນໍ້າໝາກນາວກ່ອນນອນ

Published on

ບາງຄົນມັກກິນນໍ້າໜາກນາວໃນຕອນເຊົ້າຕະຫຼອດ ແຕ່ມື້ນີ້ລອງມາກິນໃນເວລາກ່ອນຈະນອນເພາະຈະຊ່ວຍໃຫ້ຮ່າງກາຍມີສຸຂະພາບດີ ບໍ່ແກ່ກ່ອນໄວອັນຄວນແນ່ນອນ, ນອກຈາກນັ້ນ ຍັງມີປະໂຫຍດດັ່ງນີ້:

  • ເຮັດໃຫ້ສິ່ງທີ່ຕົກຄ້າງໃນຮ່າງກາຍ ໂດຍສະເພາະໃນລຳໄສ້ ໃຫ້ຂັບອອກມາທາງນໍ້າປັດສະວະ ແລະອາຈົມ
  • ຊ່ວຍໃຫ້ຂັບຖ່າຍສະດວກ
  • ຫຼຸດອາການເຈັບຄໍ ແລະຊ່ວຍຮັກສາແຜທີ່ເກີດໃນຄໍ
  • ຊ່ວຍກະຕຸ້ນການເຮັດວຽກ ຂອງລະບົບພູມຄຸ້ມກັນໃນຮ່າງກາຍ
  • ເປັນການເພີ່ມວິຕາມິນຊີ ໃນເວລາທີ່ເໝາະສົມ ເພາະໄດ້ເຮັດວຽກເຕັມທີ່ໃນເວລາທີ່ເຮົານອນຫຼັບ
  • ຊ່ວຍໃຫ້ຜິວພັນສົດໃສ ເປັ່ງປັ່ງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...