spot_img
Homeຂ່າວການພັດທະນາລາວ-ກຳປູເຈຍ ລົງສຳຫລວດພື້ນທີ່ຕົວຈິງ ກຳນົດຈຸດການກໍ່ສ້າງຂົວ ແລະ ຍົກລະດັບດ່ານຊາຍແດນ

ລາວ-ກຳປູເຈຍ ລົງສຳຫລວດພື້ນທີ່ຕົວຈິງ ກຳນົດຈຸດການກໍ່ສ້າງຂົວ ແລະ ຍົກລະດັບດ່ານຊາຍແດນ

Published on

ປະຕິບັດ​ຕາມການ​ຕົກ​ລົງ​ຂອງ ​ສອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ກຳ​ປູ​ເຈຍ, ຄັ້ງ​ວັນ​ທີ 27 ມິ​ຖຸ​ນາ 2016 ທີ່​ນະ​ຄອນຫລວງພະ​ນົມ​ເປັນ ແລະ ຄັ້ງ​ວັນ​ທີ 6 ສິງ​ຫາ 2016 ທີ່​ນະ​ຄອນຫລວງວຽງ​ຈັນ. ໃນລະ​ຫວ່າງ ວັນທີ 2-4 ພະ​ຈິກ 2016, ຄະ​ນະ​ຝ່າຍ​ລາວ ນຳໂດຍທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ; ຄະ​ນະຝ່າຍກຳ​ປູ​ເຈຍ ນຳໂດຍທ່ານ ລອງ ວິຊາໂລ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ໂດຍມີບັນດາການນໍາ​ຂອງແຂວງ ທີ່​ກ່ຽວ​ຂ້ອງສອງ​ປະ​ເທດ ແລະ ຜູ້ຕາງຫນ້າ ຈາກບັນດາກະຊວງ, ຂະ​ແໜງ​ການ​ຂອງລາວ ແລະ ​ກຳ​ປູ​ເຈຍ ເຂົ້າຮ່ວມ.

ສອງ​ຝ່າຍ​ ໄດ້​ດຳ​ເນີນ​ການ​ສຳ​ຫລວດ​​ ພູມີ​ປະ​ເທດ​ຕົວ​ຈິງ ແລະ ປຶກສາ​ຫາ​ລື ຈຸດ​ຈະ​ສ້າງ​ຂົວ​ຂ້າມ​ເຊ​ລຳ​ເພົາ ແລະ​ ​ຈຸດ​ທີ່​ຈະ​ສ້າງດ່ານສາ​ກົນ ​ບໍ​ລິ​ເວນ​ບ້ານ​ເວີນ​ຍາງ, ເມືອງ​ມູນ​ລະ​ປະ​ໂມກ, ແຂວງຈຳ​ປາ​ສັກ; ດ່ານ​ເວີ​ນຄາມ, ເມືອງ​ໂຂງ ແຂວງຈຳ​ປາ​ສັກ ແລະ ດ່ານ​ເຊ​ປຽນ (ດ່ານ48), ບ້ານ​ຫາດ​ໃຫຍ່ ເມືອງ​ສະ​ໜາມ​ໄຊ ແຂວງອັດ​ຕະ​ປື.

ການ​ລົງ​ສຳຫລວດ ຢູ່​ພື້ນ​ທີ່ຕົວ​ຈິງໃນ​ຄັ້ງ​ນີ້, ​ເປັນ​ການ​ປະ​ຕິ​ບັດ ​ຕາມ​ເຈດ​ຕະ​ນາ​ລົມ ແລະ ຄວາມ​ມຸ້ງ​ມາດ​ປ​າດ​ຖະ​ໜາ​ ຂອງສອງພັກ ແລະ ລັດ​ຖະ​ບານ ​ຂອງ​ສອງ​ປະ​ເທດລາວ ແລະ ກຳ​ປູ​ເຈຍ ທີ່​ຢາກເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່ການ​ໄປ​ມາ​ຫາ​ສູ່​ກັນ ລະ​ຫວ່າງ​ ປະ​ຊາ​ຊົນ​ສອງ​ຊາດ, ການ​ທ່ອງ​ທ່ຽວ, ການ​ຄ້າຂາຍ, ​ແລກ​ປ່ຽນ​ສິນ​ຄ້າ, ການ​ລົງ​ທຶນ ແລະ ກາ​ນຮ່ວມ​ມື ຊ່ວຍ​ເຫລືອ​ຊຶ່ງ​ກັນ ​ແລະ​ ກັນ​ ທັງ​ໃນ​ລະ​ດັບ ສູນ​ກາງ ແລະ ​ທ້ອງ​ຖິ່ນ, ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ກາ​ນ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ ​ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ ໃຫ້​ນັບ​ມື້​ດີ​ຂຶ້ນ​ກວ່າເກົ່າ.

ອີງໃສ່ຜົນການສຳວດພື້ນທີ່ຕົວຈິງ, ສອງຝ່າຍ​ໄດ້ປຶກສາຫາລື ແລະແລກປ່ຽນຄວາມເຫັນນໍາກັນ ຢ່າງກົງໄປກົງມາ ແລະ ຊອກວິທີທາງ ເພື່ອເຮັດແນວໃດ ໃຫ້ມີການເປີດ ແລະ ຍົກລະດັບດ່ານ, ສ້າງຂົວຂ້າມເຊລໍາເພົາໂດຍໄວ, ພ້ອມທັງຈະນໍາເອົາ ຜົນຂອງການສໍາຫລວດ ພື້ນທີ່ຕົວຈິງຄັ້ງນີ້ ລາຍງານຂັ້ນເທິງຂອງຕົນໃຫ້ການຊີ້ນໍາ. ການພົບປະ ແລະ ການສຳ​ຫລວດ​ ພື້ນ​ທີ່​ຕົວ​ຈິງໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນ ຍາກາດແຫ່ງໄມ​ຕີ​ຈິດ ມິດ​ຕະ​ພາບທີ່​ດີ​ນຳ​ກັນ ແລະໄດ້​ລົງ​ນາມ​ ໃນ​ບົດ​ບັນ​ທຶກ​ຮ່ວມ​ກັນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື​ ໃນ​ຕໍ່​ໜ້າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...