Homeຂ່າວຕ່າງປະເທດກອງທັບຣັດເຊຍໂຊຫົວຮົບນິວເຄຣຍລຸ້ນໃໝ່ຊື່ວ່າ ‘Sarmat’ ເຊິ່ງຮຸນແຮງກວ່າລະເບີດທີ່ຮິໂຣຊິມາ 2,000 ເທົ່າ

ກອງທັບຣັດເຊຍໂຊຫົວຮົບນິວເຄຣຍລຸ້ນໃໝ່ຊື່ວ່າ ‘Sarmat’ ເຊິ່ງຮຸນແຮງກວ່າລະເບີດທີ່ຮິໂຣຊິມາ 2,000 ເທົ່າ

Published on

ນັບມື້ຍິ່ງເພີ່ມທະວີຄວາມແຕກແຍກລະຫວ່າງປະເທດມະຫາອຳນາດຂອງໂລກລະຫວ່າງຣັດເຊຍ ກັບທະວີບຢຸໂຣບ ແລະ ສະຫະລັດ ວັນນີ້ແອັດມິນຈະພາທຸກຄົນມາຮູ້ຈັກກັບຫົວຮົບນິວເຄຣຍລຸ້ນໃໝ່ ທີ່ເປັນໄປໄດ້ວ່າມັນອາດຖືກໃຊ້ເຂົ້າໃນສົງຄາມໂລກຄັ້ງທີ່ສາມ ຫາກທັງສອງຝ່າຍເປີດສາກເຮັດສົງຄາມຂຶ້ນ

ຫົວຮົບລຸ້ນໃໝ່ ທີ່ຣັດເຊຍໄດ້ພັດທະນາຂຶ້ນ RS-28 Sarmat ຫຼື ຊາຕານ 2 ທີ່ຂະໜານນາມໂດຍກອງກຳລັງມາໂຕ້ ມັນສາມາດເດີນທາງໄດ້ດ້ວຍຄວາມໄວ 414 ກິໂລແມັດຕໍ່ນາທີ ມີນ້ຳໜັກລະເບີດນິວເຄຣຍ 40 ເມກາຕັນ ເຊິ່ງມີພະລັງທຳລາຍລ້າງທຽບເທົ່ານິວເຄຣຍທີ່ທຳລາຍ ຮີໂຣຊິມາ ແລະ ນາງາສະກິ ໃນປີ 1945 ເຖິງ 2,000ເທົ່າ ຍິງໄດ້ໄກກວ່າ 10,000 ກິໂລແມັດ ເປັນຂີປະນາວຸດຂ້າມທະວີບ ທີ່ສາມາດທຳລາຍລອນດອນ ແລະ ສະຫະລັດໄດ້ຢ່າງສະບາຍ

 

ຂ່າວຈາກ: https://www.spokedark.tv/articles/russians-make-nuclear-weapon-that-is-2000-times/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...