Homeຂ່າວພາຍ​ໃນສະມາຊິກສະພາທ້ອງຖິ່ນຮຽກຮ້ອງຕໍ່ບໍລິສັດຮວງແອງໃນນາມຜູ້ຮັບເໝົາກໍ່ສ້າງສະໜາມບິນໜອງຄ້າງ

ສະມາຊິກສະພາທ້ອງຖິ່ນຮຽກຮ້ອງຕໍ່ບໍລິສັດຮວງແອງໃນນາມຜູ້ຮັບເໝົາກໍ່ສ້າງສະໜາມບິນໜອງຄ້າງ

Published on

ສະມາຊິກສະພາທ້ອງຖິ່ນຮຽກຮ້ອງຕໍ່ບໍລິສັດຮວງແອງໃນນາມຜູ້ຮັບເໝົາກໍ່ສ້າງສະໜາມບິນໜອງຄ້າງໃຫ້ເອົາເງິນ 6 ຕື້ກີບມາຊົດເຊີຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການຮີບດ່ວນ

ຂປລ. ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງສະໜາມບິນໜອງຄ້າງໃນແຂວງຫົວພັນຍັງບໍ່ໄດ້ຄ່າຊົມເຊີຍຈໍານວນເງິນ 6 ຕື້ກີບຈາກບໍລິສັດຮວງແອງອັດຕະປືພາຍໃຕ້ຮົ່ມເງົາຂອງບໍລິສັດຮວງແອງຢາລາຍຂອງຫວຽດນາມທີ່ໄດ້ຮັບສໍາປະທານຮັບເໝົາກໍ່ສ້າງສະໜາມດັ່ງກ່າວ ຂະນະທີ່ ສະມາຊິກສະພາທ້ອງຖິ່ນແຂວງຫົວພັນໄດ້ສະເໜີບັນຫາດັ່ງກ່າວຕໍ່ສະພາແຫ່ງຊາດ,ຄະນະລັດຖະບານໃຫ້ຂຸ້ນຂ້ຽວແກ້ໄຂດ່ວນ.

ບໍລິສັດຮວງແອງອັດຕະປືຂອງຫວຽດນາມໄດ້ຮັບສິດຮັບເໝົາກໍ່ສ້າງສະໜາມບິນໜອງຄ້າງມູນຄ່າ 74 ລ້ານໂດລາສະຫະລັດ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2013 ແຕ່ບໍ່ມີຄຄວາມຄືໜ້າ ຍິ່ງໄປກວ່ານັ້ນຍັງບໍ່ໄດ້ມາດຕະຖານທີ່ລັດຖະບານລາວກໍານົດໄວ້ ແຕ່ແນວໃດກໍດີ ບໍລິສັດດັ່ງກ່າວອ້າງວ່າຕົນເອງຂາດສະພາບຄ້ອງທຶນ ແລະ ເປັນໜີ້ຄຸມເຄືອຈົນເຖິງຂັ້ນປະກາດຂາຍສວນຢາງພາລາ 20 ພັນເຮັກຕາໃຫ້ນັກລົງທຶນຈີນໃນແຂວງພາກໃຕ້ຂອງ ສປປ ລາວ.

ບໍລິສັດຮວງແອງຢາລາຍເປັນທີ່ຮູ້ຈັກໃນນາມບໍລິສັດຍັກໃຫຍ່ໂດ່ງດັງໃນປະເທດຫວຽດນາມໂດຍສ່ວນໃຫຍ່ແມ່ນດໍາເນີນທຸລະກິດຂຸດຄົ້ນບໍ່ແຮ່, ສ້າງເຂື່ອນໄຟຟ້າ, ຂຸດຄົ້ນໄມ້, ກໍ່ສ້າງ ແລະ ອື່ນໆ.

ໂດຍ: ຮັກຊາດ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...