Homeນານາສາລະ3 ອາຫານທີ່ຊ່ວຍທຳຄວາມສະອາດປອດໃຫ້ສະອາດ ສຳລັບຄົນທີ່ສູບຢາ

3 ອາຫານທີ່ຊ່ວຍທຳຄວາມສະອາດປອດໃຫ້ສະອາດ ສຳລັບຄົນທີ່ສູບຢາ

Published on

ຕາມທີ່ອົງການອະນາໄມໂລກໄດ້ບອກວ່າ ຜູ້ໃຫຍ່ 1 ໃນ 10 ໃນແຕ່ລະປີເສຍຊີວິດເພາະການສູບຢາ, ເມື່ອເຮົາເຫັນການເສຍຊີວິດຫຼາຍແບບນີ້ ກໍຢາກໃຫ້ຄົນທີ່ສູບຢາເຊົາສູບ ແຕ່ມັນອາດຈະເປັນເລື່ອງຍາກເພາະນິໂຄຕິນ ຢູ່ໃນຢາສູບເປັນສານເສບຕິດ ທີ່ເຮັດໃຫ້ເກີດພະຍາດຕ່າງໆນັ້ນແມ່ນສານເຄມີທີ່ຢູ່ໃນຄວັນຢາສູບເຊັ່ນ: ພະຍາດມະເຮັງປອດ, ປອດອັກເສບ, ພະຍາດຕ່າງໆທີ່ກ່ຽວກັບປອດ ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ຄວນກິນອາຫານເຫຼົ່ານີ້ ເພື່ອຊ່ວຍເຮັດໃຫ້ປອດຂອງເຈົ້າດີຂຶ້ນ

  1. ຫອມຫອມບົ່ວ: ເປັນສານຕ້ານອະນຸມູນອິດສະລະ ທີ່ທຳຄວາມສະອາດສານພິດ ທີ່ມີຢູ່ໃນປອດໄດ້, ຈາກການສຶກສາໃນປະເທດສະວິດເຊີແລນ ແລະອີຕາລີ ໂດຍການໃຊ້ຫົວຫອມບົ່ວປະມານ 1​-7 ຫົວຕໍ່ອາທິດ ຈະຊ່ວຍຫຼຸດຄວາມສ່ຽງຂອງມະເຮັງລຳໄສ້ໃຫຍ່, ສຽງ ແລະຮັງໄຂ່, ນອກຈາກນີ້ ຍັງຊ່ວຍຢຸດການເຕີບໃຫຍ່ຂອງເຊວມະເຮັງໄດ້
  2. ຂີງ: ຊ່ວຍເປີດຫຼອດລົມ ຊ່ວຍຂັບໄລ່ເມືອກທີ່ເປັນແບັກທີເລຍ, ເປັນນໍ້າຢາຂ້າເຊື້ອ ແລະຕ້ານການອັກເສບຂອງປອດ, ຊ່ວຍຫຼຸດອາການໄອ ແລະທຳຄວາມສະອາດປອດໄດ້ດີ
  3. ໝາກກ້ຽງໃຫຍ່: ຈາກການສຶກສາພົບວ່າຊ່ວຍຫຼຸດຄວາມສ່ຽງຂອງພະຍາດມະເຮັງຂອງຫຼອດເລືອດອາຫານ ແລະລະບົບທາງເດີນຫາຍໃຈຂອງເຮົາ, ຊ່ວຍຕ້ານສານອະນຸມູນອິດສະລະ ເປັນນໍ້າຢາຂ້າເຊື້ອ ແລະຕ້ານແບັກທີເລຍ, ຄວນກິນ 1-4 ອາທິດຈະຊ່ວຍຮັກສາຄວາມສະອາດຂອງປອດໄດ້ດີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...