spot_img
Homeນານາສາລະ6 ຂໍ້ນີ້ຈະເຮັດໃຫ້ເຈົ້າທຸກໄດ້ ຮູ້ແລ້ວຄວນແກ້ໄຂດ່ວນ

6 ຂໍ້ນີ້ຈະເຮັດໃຫ້ເຈົ້າທຸກໄດ້ ຮູ້ແລ້ວຄວນແກ້ໄຂດ່ວນ

Published on

ຄົນເຮົາຈະທຸກ ຫຼືຈະລວຍນັ້ນ ແມ່ນຂຶ້ນກັບຫຼາຍປັດໃຈ ແເລະສາເຫດທີ່ເຮັດໃຫ້ທຸກນັ້ນ ກໍແມ່ນຂຶ້ນກັບພຶດຕິກຳຂອງຕົນເອງເປັນຫຼັກ ເຊິ່ງຖ້າຫາກເຮົາບໍ່ມີຄວາມອົດທົນ, ບໍ່ມີຄວາມຮູ້ຄວາມສາມາດ, ໃຊ້ຈ່າຍແບບຟຸມເຟືອຍຫຼາຍເກີນໄປ ເຖິງແມ່ນວ່າຈະມີເງິນຫຼາຍປານໃດກໍຈະທຸກໄດ້.

  1. ໃຊ້ຊີວິດເກີນຄ່າຄອງຊີບ: ຫຼາຍຄົນມັກໃຊ້ຈ່າຍແບບຟຸມເຟືອຍ ໂດຍທີ່ບໍ່ຄິດຈະປະຢັດ, ຢາກໄດ້ຫຍັງກໍຊື້ ເຖິງແມ່ນວ່າຈະມີລາຄາແພງພຽງໃດກໍຕາມ ໂດຍບໍ່ຄິດຄຳນຶງເຖິງເງິນເດືອນທີ່ຕົນເອງໄດ້
  2. ບໍ່ມີຄວາມອົດທົນຕໍ່ໜ້າທີ່ວຽກງານ: ເຮັດວຽກງານໜັກໜ້ອຍໜຶ່່ງ ແລ້ວກໍມັກຈົ່ມວ່າເຮັດວຽກໜັກແຮງ ໂດຍທີ່ບໍ່ອົດທົນຫຍັງເລີຍ, ການເຮັດວຽກຕ້ອງມີຄວາມອົດທົນເຖິງແມ່ນວ່າ ວຽກນັ້ນຈະຍາກພຽງໃດກໍຕາມ ເມື່ອເຮົາອົດທົນ ພາກພຽນ ພະຍາຍາມ ສຸດທ້າຍກໍຈະສຳເລັດເອງ
  3. ບໍ່ມີລະບຽບວິໄນ: ເຈົ້າຈະເຮັດຫຍັງກໍຕາມ ເຈົ້າມັກຈະບໍ່ມີລະບຽບວິໄນກັບໂຕເອງຢູ່ສະເໝີ, ເຈົ້າຄວນຈະປັບປ່ຽນນິໄສຂອງຕົນເອງ ໃຫ້ມີລະບຽບວິໄນກັບໂຕເອງ ບໍ່ວ່າຈະເປັນເລື່ອງໃດກໍຕາມ ເພື່ອເຮັດໃຫ້ຕົນເອງປະສົບຄວາມສຳເລັດໃນໜ້າທີການງານ
  4. ບໍ່ສາມາດເຮັດວຽກກັບຄົນອື່ນໄດ້: ບໍ່ມີໃຜສາມາດເຮັດວຽກຄົນດຽວໄດ້ ເຖິງແມ່ນອາຊີບໃດກໍຕາມ ກໍຕ້ອງມີໝູ່ເພື່ອນທີີເຮັດວຽກນຳກັນ, ຫຼາຍຄົນຈະພາດໂອກາດໃນຄວາມກ້າວໜ້າຂອງວຽກງານຍ້ອນບໍ່ສາມາດຮ່ວມເຮັດວຽກນຳຄົນອື່ນໄດ້, ເຈົ້າຄວນຈະປັບປ່ຽນນິໄສທີ່ເຂົ້າຄົນອື່ນບໍ່ໄດ້ ໃຫ້ຫັນມາເຮັດວຽກຮ່ວມກັນຫຼາຍຄົນ ແລະເປັນຄົນທີ່ສາມາດເຂົ້າກັບທຸກຄົນໄດ້
  5. ບໍ່ມີເປົ້າໝາຍໃນຊີວິດ: ເຈົ້າເຮັດຫຍັງກໍຕາມ ຈະຄິດແຕ່ວ່າເຮັດແລ້ວມື້ແລ້ວວັນໄປ ໂດຍທີ່ບໍ່ມີຈຸດເປົ້າໝາຍໃນຊີວິດເລີຍ ເຊິ່ງຖ້າຫາກບໍ່ມີເປົ້າຈະເຮັດໃຫ້ເຈົ້າບໍ່ປະສົບຄວາມສຳເລັດໃນຊີວິດໄດ້
  6. ຄິດຫຼາຍຈົນບໍ່ກ້າສະແດງອອກ: ຄົນທີ່ຄິດຫຼາຍ ກັບຄົນທີ່ຮອບຄອບມັນຕ່າງກັນ ເພາະຄົນທີ່ຄິດຫຼາຍ ຈະເອົາທຸກບັນຫາທີ່ມີມາຄິດເຮັດໃຫ້ບໍ່ມີທາງອອກ, ແຕ່ຄົນທີ່ຄິດຮອບຄອບ ຈະຄິດເທື່ອລະເລື່ອງ ແລະລຳດັບວ່າເລື່ອງໃດສຳຄັນຄວນເຮັດກ່ອນເຮັດຫຼັງ, ເຊິ່ງຄົນທີ່ຄິດຫຼາຍ ເມື່ອເຮັດທຸລະກິດຈະບໍ່ກ້າວາງແຜນ ໃນການຕໍ່ຍອດທຸລະກິດ ເພື່ອສ້າງກຳໄລ ເພາະຢ້ານຄວາມລົ້ມເຫຼວ ຈຶ່ງເຮັດໃຫ້ເສຍໂອກາດສຳຄັນ ທີ່ເຮັດໃຫ້ທຸລະກິດເຕີບໂຕ ຫຼືຖ້າເຮັດວຽກ ນຳບໍລິສັດຕ່າງໆ ກໍບໍ່ກ້າສະແດງຄວາມຄິດເຫັນ ຫຼືບໍ່ກ້າເຮັດວຽກຍາກໆ ເພື່ອພັດທະນາຕົນເອງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...