spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເມືອງເຊໂປນ ກຳລັງນຳຈັບຜູ້ກໍ່ເຫດຍິງປະຊາຊົນ 3 ຄົນ ທີ່ເມືອງເຊໂປນ

ເຈົ້າໜ້າທີ່ເມືອງເຊໂປນ ກຳລັງນຳຈັບຜູ້ກໍ່ເຫດຍິງປະຊາຊົນ 3 ຄົນ ທີ່ເມືອງເຊໂປນ

Published on

ຕອນແລງວານີ້, ວັນທີ 2 ພະຈິກ 2016 ເວລາປະມານ 7:15 ນາທີ ຢູ່ທີ່ບ້ານໂພນມ່ວງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ເກີດເຫດມີຜູ້ກໍ່ເຫດ ໃຊ້ປືນຍິງປະຊາຊົນພາຍໃນບ້ານຂອງຕົນ ໄດ້ຮັບບາດເຈັບສາຫັດ 3 ຄົນ ໃນນັ້ນເປັນຍິງ 1 ຄົນ. ເຫດການດັ່ງກ່າວໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນພາຍໃນບ້ານຢ່າງແຮງ ປະຊາຊົນບໍ່ກ້າອອກຈາກເຮືອນຕະຫຼອດຄືນ.

14938083-1147717525323551-2103638053-n
ຮູບ ທ້າວ ຕາບ ຜູ້ຕ້ອງຫາຍິງຄົນອື່ນບາດເຈັບດັ່ງກ່າວ

ຕາມການໃຫ້ຂ່າວຂອງເຈົ້າໜ້າທີ່ເມືອງ ເຊໂປນ ບອກວ່າຜູ້ຕ້ອງສົງໄສກໍ່ເຫດຄື ທ້າວ ສົມພອນ ຫຼືຕາບ ເປັນປະຊາຊົນພາຍໃນບ້ານໂພນມ່ວງນັ້ນເອງ ເຊິ່ງມີອາຊີບຄ້າຂາຍ. ສ່ວນສາເຫດຕາມການໃຫ້ການຂອງປະຊາຊົນ ໄດ້ບອກວ່າຜູ້ກ່ຽວມີໜີສິນຈຳນວນຫຼາຍ ແລະມີຄວາມອາຄາດກັບອີກຄອບຄົວໜຶ່ງທີ່ຢູ່ໃກ້ຄຽງມາເປັນເວລາດົນນານ.

ພາຍຫຼັງໄດ້ກໍ່ເຫດແລ້ວກໍໄດ້ເອົາໂຕລົບໜີ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກຳລັງຕິດຕາມນຳຈັບຕົວຜູ້ກ່ຽວ ເພື່ອມາສືບສວນສອບສວນ ແລະດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...