spot_img
Homeຂ່າວເຫດການສົກຮຽນ 2016 – 2017 ນີ້ສຶກສາມີແຜນບັນຈຸພະນັກງານຄູ ແລະ ລັດຖະກອນບໍລິຫານ 1.778 ຕົວເລກ

ສົກຮຽນ 2016 – 2017 ນີ້ສຶກສາມີແຜນບັນຈຸພະນັກງານຄູ ແລະ ລັດຖະກອນບໍລິຫານ 1.778 ຕົວເລກ

Published on

ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ສຳລັບສົກຮຽນ 2016 – 2017 ນີ້ກະຊວງສຶກສາທິການ ແລະ ກິລາມີແຜນແບ່ງປັນ ( ບັນຈຸ ) ພະນັກງານຄູ ແລະ ລັດຖະກອນບໍລິຫານຂອງຂະແໜງສຶກສາທິການ ແລະ ກິກາຈຳນວນ 1.778 ຕົວເລກ, ໃນນັ້ນນະຄອນຫລວງວຽງຈັນຈະໄດ້ຮັບ 107 ຕົວເລກ, ຜົ້ງສາລີ 77 ຕົວເລກ,ຫຼວງນ້ຳທາ 62 ຕົວເລກ, ອຸດົມໄຊ 78 ຕົວເລກ, ບໍ່ແກ້ວ 59 ຕົວເລກ, ຫຼວງພະບາງ 132 ຕົວເລກ, ໄຊຍະບູລີ 119 ຕົວເລກ, ຫົວພັນ 108 ຕົວເລກ,ຊຽງຂວາງ 78 ຕົາເລກ, ວຽງຈັນ 121 ຕົວເລກ,ບໍລິຄຳໄຊ 81 ຕົວເລກ, ຄຳມ່ວນ 106 ຕົວເລກ, ສະຫວັນນະເຂດ 163 ຕົວເລກ , ສາລະວັນ 90 ຕົວເລກ, ເຊກອງ 52 ຕົວເລກ, ຈຳປາສັກ 111 ຕົວເລກ, ອັກຕະປື 59 ຕົວເລກ ແລະ ແຂວງໄຊສົມບູນ 59 ຕົວເລກ, ມະຫາວິທະຍາໄລແຫ່ງຊາດ ຈະໄດ້ຮັບ 35 ຕົວເລກ ແລະ ມະຫາວິທະຍາໄລຈຳປາສັກ, ສຸພານຸວົງ, ສະຫວັນນະເຂດແຫ່ງລະ 10 ຕົວເລກ, ສ່ວນໂຮງຮຽນອອ້ມຂ້າງສູນ, ສະຖາບັນ, ປະກອບມີອະນຸບານກະຊວງສຶກສາ 1 ຕົວເລກ, ສະຖາບັນພັດທະນາອະຊີວະສຶກສາ, ວິທະຍາໄລເຕັກນິກວຽງຈັນ-ຮ່າໂນຍ , ເຕັກນິກປາກປາສັກ , ເຕັກນິກລາວ-ເຢຍລະມັນບ່ອນລະ 2 ຕົວເລກ ແລະ ໂຮງຮຽນເຕັກນິກຊັບພະວິຊາ, ເຕັກນິກວິຊາຊີບຫຼວງພະບາງບ່ອນລະ 3 ຕົວເລກ, ໂຮງຮຽນເຕັກນິກແຂວງວຽງຈັນ, ເຕັກນິກວິຊາຊີບຈຳປາສັກ ແລະ ໂຮງ ຮຽນເຕັກນິກວິາຊີບຄຳມ່ວນບ່ອນລະ 2 ຕົວເລກ, ສ່ວນວິທະຍາໄລຄູຫຼວງພະບາງຈະໄດ້ຮັບ 3 ຕົວເລກ, ວິທະຍາໄລຄູສະຫວັນນະເຂດ 3 ຕົວເລກ, ວິທະຍາໄລຄູບ້ານເກີນ 2 ຕົວເລກ, ວິທະຍາໄລຄູປາກເຊ 3 ຕົວເລກ, ວິທະຍາໄລຄູຫຼວງນ້ຳທາ 2 ຕົວເລກ, ວິທະຍາໄລຄູສາລະວັນ 2 ຕົວເລກ, ວິທະ ຍາໄລຄູສີລະປະສຶກສາ 1 ຕົກເລັກ, ວິທະຍາໄລຄູດົງຄຳຊ້າງ 2 ຕົວເລກ, ວິທະຍາໄລຄາພາລະສຶກສາ 2 ຕົວເລກ, ວິທະຍາໄລສົງ (ວັດອົງຕື້) 1 ຕົວເລກ, ໂຮງຮຽນເຕັກນິກວິຊາຊີບສະຫວັນນະເຂດ 3 ຕົວເລກ, ໂຮງຮຽນເຕັກນິກກະສິກຳດົງຄຳຊ້າງ 2 ຕົວເລກ, ໂຮງຮຽນພອນສະຫວັນ-ກາຍຍະກຳ 1 ຕົວເລກ ແລະ ສູນລາວ-ອິນເດຍຈຳນວນ 2 ຕົວເລກ ແລະ ທັງໝົດນັ້ນແມ່ນຈຳນວນຕົວເລກແບ່ງປັນບັນຈຸລັດຖະກອນຄູ ແລະ ລັດຖະກອນບໍລິຫານທົ່ວຂະແໜງສຶກສາ ແລະ ກິລາໃນສຶກຮຽນ 2016 – 2017 ນີ້ .

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...