spot_img
Homeຂ່າວເຫດການຜູ້ປູກມັນຕົ້ນເຈັບຫົວ ບໍລິສັດໂຈະການເກັບຊື້ ຍ້ອນລັດເກັບພາສີອາກອນຊ້ຳຊ້ອນ

ຜູ້ປູກມັນຕົ້ນເຈັບຫົວ ບໍລິສັດໂຈະການເກັບຊື້ ຍ້ອນລັດເກັບພາສີອາກອນຊ້ຳຊ້ອນ

Published on

ປະຊາຊົນຜູ້ປູກມັນຕົ້ນຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະເມືອງເລົ່າງາມ ແຂວງສາລະວັນ, ຂະນະນີ້ກໍາລັງປະເຊີນ ກັບບັນຫາຕະຫຼາດຮອງຮັບ ກັບລາຄາທີ່ຕົກຕໍ່າພ້ອມທັງເກີດຄວາມເປັນຫ່ວງຢ້ານບໍລິສັດບໍ່ຊື້ໃນລາຄາທີ່ໄດ້ຕົກລົງກັນໄວ້; ໃນຂະນະທີ່ບໍລິສັດຢືນຢັນຈະຢຶດໝັ້ນຕໍ່ສັນຍາ ຫາກເມືອງຢຸດເຊົາການເກັບພາສີອາກອນຊໍ້າຊ້ອນ.
ການສົ່ງເສີມການປູກມັນຕົ້ນຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະເມືອງເລົ່າງາມ ແຂວງສາລະວັນໄດ້ມີຂະບວນການມາໃນລະຫວ່າງ 3-4 ປີຫຼັງ ທີ່ເຫັນວ່າປະຊາຊົນໄດ້ມາເອົາດີ ໃນການປູກມັນຕົ້ນຫຼາຍກວ່າພືດ ຊະນິດອື່ນ, ເນື່ອງຈາກວ່າມີຕະຫຼາດ ຮອງຮັບທີ່ແນ່ນອນ ທັງສາມາດສ້າງລາຍຮັບໄດ້ຢ່າງເປັນກອບເປັນກໍາ, ຈົນເຮັດ ໃຫ້ໃນແຕ່ລະປີເນື້ອທີ່ການປູກມັນມັນຕົ້ນຂອງປະຊາຊົນເພີ່ມຂຶ້ນກາຍທົບເຄິ່ງ ແລະສະພາບການເປັນຢູ່ຂອງປະຊາຊົນກໍ່ເຫັນວ່າດີຂຶ້ນເຊັ່ນດຽວກັນ,ໂດຍສະເພາະແມ່ນຢູ່ເມືອງເລົ່າງາມແຂວງສາລະວັນການສົ່ງເສີມການປູກມັນຕົ້ນເຫັນ ວ່າເປັນຂະບວນການຟົດຟື້ນ, ສ່ວນມັນຕົ້ນຂອງປະຊາຊົນງອກງາມຂຶ້ນຈາກ ປີກ່ອນຫຼາຍ ເນື່ອງຈາກວ່າປີນີ້ບໍລິສັດທີ່ ມາສົ່ງເສີມປູກນອກຈາກຈະເປັນຜູ້ຮັບ ເກັບຊື້ແລ້ວຍັງໄດ້ຊ່ວຍທາງດ້ານແນວພັນ ແລະເຕັກນິກວິທີປູກຕື່ມ ແລະການບົວລະບັດນໍາອີກ, ຊຶ່ງປະຈຸບັນແມ່ນຢູ່ໃນໄລຍະເກັບຜົນຜະລິດເພື່ອຂາຍ.

ຢ່າງໃດກໍຕາມ ເນື່ອງຈາກວ່າສະພາບລາຄາຂອງມັນຕົ້ນຢູ່ຕ່າງປະເທດ ມີລັກສະນະທີ່ຕໍາລົງໃນແຕ່ລະປີ ແຕ່ເນື້ອທີ່ການປູກມັນຕົ້ນຂອງປະຊາຊົນພັດເພີ່ມຂຶ້ນ ເຮັດໃຫ້ປະຈຸບັນການເກັບຊື້ມັນຕົ້ນ ໃນສອງເມືອງນີ້ເລີ່ມມີບັນຫາ ເນື່ອງ ຈາກວ່າຫລາຍບໍລິສັດທີ່ເຄີຍເກັບຊື້ມັນ ຕົ້ນຍັງບໍ່ທັນເປີດລານເກັບຊື້ມັນຕົ້ນຈາກ ປະຊາຊົນເທື່ອ, ຊຶ່ງມີພຽງແຕ່ບາງບໍລິ ສັດທີ່ໄດ້ເຮັດສັນຍາຮັບປະກັນກັບປະຊາ ຊົນຍັງສືບຕໍ່ເກັບຊື້ໃນຈໍານວນທີ່ຈໍາກັດ.

ອີງຕາມການລາຍງານຂອງນາຍ ບ້ານພ້ອມພໍ່ແມ່ປະຊາຊົນພາຍໃນກຸ່ມ ບ້ານເພຍລາດ ເມືອງບາຈຽງ ແຂວງ ຈໍາປາສັກ ແລະຫຼາຍກຸ່ມບ້ານພາຍໃນ ເມືອງເລົ່າງາມ ແຂວງສາລະວັນໃຫ້ຮູ້ວ່າ: ພາຍຫຼັງທີ່ມີບໍລິສັດມາສົ່ງເສີມໃຫ້ ປູກມັນຕົ້ນພ້ອມທັງຮັບເກັບຊື້ ປະຊາຊົນ ກໍໄດ້ພາກັນຫັນມາປູກມັນຕົ້ນແທນພືດຊະນິດອື່ນຫຼາຍຂຶ້ນ ເນື່ອງຈາກວ່າການລົງທຶນປູກມັນຕົ້ນບໍ່ສູງປານໃດ ທີ່ສໍາຄັນ ແມ່ນມີຕະຫຼາດຮອງຮັບ, ຊຶ່ງໃນ 2-3 ປີ ຜ່ານມາເຫັນວ່າການປູກມັນຕົ້ນສາມາດ ສ້າງລາຍຮັບໃຫ້ກັບຄອບຄົວເປັນຢ່າງດີ, ຄອບຄົວໃດທີ່ປູກຫຼາຍກໍ່ມີລາຍຮັບສູງ, ສະເລ່ຍຕໍ່ຄອບຄົວໜຶ່ງມີລາຍຮັບບໍ່ຫຼຸດ 50 ລ້ານກີບຕໍ່ປີ ສະນັ້ນຈິ່ງເຮັດໃຫ້ປະຊາຊົນຍິ່ງພາກັນ ເພີ່ມເນື້ອທີ່ປູກເພື່ອໃຫ້ມີລາຍຮັບຫຼາຍຂຶ້ນ, ແຕ່ຕົກມາຮອດປະຈຸບັນຊຶ່ງເປັນລະດູການເກັບກ່ຽວມັນຕົ້ນ ເພື່ອຂາຍ ແຕ່ພັດບໍ່ມີບໍລິສັດເກັບຊື້ຄືປີຜ່ານມາເຖິງມີກໍ່ຊື້ໃນລາຄາທີ່ຕໍ່າເຮັດ ໃຫ້ປະຊາຊົນຕ້ອງຢຸດເກັບກ່ຽວຫົວມັນ ຕົ້ນອອກຂາຍຈົນກວ່າລາຄາຈະສູງຂຶ້ນກວ່ານີ້.

ນາຍບ້ານໆເພຍລາດກ່າວຕື່ມວ່າ: ປະຈຸບັນຍັງມີພຽງບໍລິສັດດຽວທີ່ຮັບເກັບຊື້ມັນຕົ້ນ ຈາກປະຊາຊົນ ເນື່ອງຈາກວ່າ ໄດ້ເຮັດສັນຍາຮັບປະກັນກັບປະຊາຊົນ ໃນລາຄາມັນແຫ້ງ 8 ພັນກີບຕໍ່ກິໂລ ແລະ 320 ກີບຕໍ່ກິໂລມັນດິບ, ຊຶ່ງບໍລິສັດໄດ້ ເປີດລານຮັບຊື້ນໍາປະຊາຊົນໃນຈໍານວນທີ່ຈໍາກັດ.

ຢ່າງໃດກໍດີ ຕາມທີ່ໄດ້ລົງເຄື່ອນໄຫວ ເຮັດວຽກເກັບກໍາເອົາຂໍ່ມູນຈາກຫລາຍ ບໍລິສັດທີ່ຮັບເກັບຊື້ມັນຕົ້ນພົບວ່າ: ປະຈຸບັນຜູ້ປະກອບການໄດ້ຮັບຜົນກະທົບຈາກການເກັບພາສີອາກອນຊ້ຳຊ້ອນ ລວມທັງຊັບສິນໃນການເຮັດວຽກຂອງ ເຈົ້າໜ້າທີ່ຢູ່ເມືອງເລົ່າງາມ ແຂວງສາລະວັນ, ຊຶ່ງຜ່ານມາບໍລິສັດໄດ້ມອບພັນທະ ໃຫ້ແຂວງໂດຍປົກກະຕິ ແລະຖືກຕ້ອງຕາມລະບຽບກົດໝາຍ, ແຕ່ປີນີ້ເມືອງເລົ່າງາມ ພັດມາເກັບຕື່ມ 15 ກີບຕໍ່ກິໂລ, ຊຶ່ງເຮັດໃຫ້ຜູ້ປະກອບການບໍ່ສາມາດ ເຄື່ອນໄຫວທຸລະກິດໄດ້ ຫຼື ຖ້າດໍາເນີນຕໍ່ກໍ່ຕ້ອງ ຊື້ມັນຕົ້ນໃນລາຄາທີ່ຕໍ່າສຸດຈາກ ປະຊາຊົນ ແລະຜົນກະທົບກໍ່ແມ່ນຕົກຢູ່ ນໍາປະຊາຊົນ.

ພະນັກງານຈາກພະແນກອຸດສາຫະກໍາ ແລະການຄ້າ, ພະແນກກະສິກໍາ ແລະ ປ່າໄມ້ແຂວງສາລະວັນ ຍອມຮັບວ່າມັນ ຕົ້ນເປັນພືດເສດຖະກິດທີ່ເຮັດໃຫ້ພໍ່ແມ່ປະຊາຊົນ ສາມາດມືນຕາອ້າປາກໄດ້, ອັນທີ່ວ່າບັນຫາການເສຍພາສີອາກອນ ຊໍ້າຊ້ອນ ແລະບັນຫາການປະຕິບັດໜ້າ ທີ່ຂອງເຈົ້າໜ້າທີ່ເມືອງເລົ່າງາມແມ່ນ ເກີດມີຫາງສຽງແທ້ຈິງ ແລະປະຈຸບັນ ແຂວງແມ່ນກໍາລັງມີການແຕ່ງຕັ້ງຄະນະສະເພາະກິດ ລົງຕິດຕາມກວດກາເບິ່ງ ແລະພ້ອມທີ່ຈະປືກສາຫາລືຂັ້ນເດັດຂາດເພື່ອເຮັດໃຫ້ບັນຫານີ້ບໍ່ກະທົບຕໍ່ປະຊາຊົນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...