spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 29 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 29 ຕຸລາ

Published on

ວັນທີ 29 ຕຸລາ ປີ 1993 ຫຼືມື້ນີ້ເມື່ອ 23 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຈອງເກມ Akumajou Dracula X Chi no Rondo ຫຼື Castlevania Rondo of Blood ເກມລຳດັບທີ 10 ຂອງຊີຣີ Castlevani ທີ່ລົງເທິງເຄື່ອງ PC-Engine ອັນເປັນພາກທຳອິດຂອງທີມງານທີ່ຈະປະຕິວັດຊີຣີນີ້ໄປຕະຫຼອດການໃນພາກຕໍ່ໄປ ພາກນີ້ຈຶ່ງຖືເປັນການປ່ຽນແປງແນວທາງຂອງຊີຣີນັບຕັ້ງແຕ່ປີ 1986.

ທາງດ້ານໂຕເກມຍັງຄົງເປັນແນວ Action 2D ແບບພາກກ່ອນໆ, ໂດຍໂຕເອກຂອງພາກນີ້ຄື: Richter Belmont ຜູ້ເປັນຫຼານຂອງ Simon Belmont ທີ່ຕ້ອງບຸກເຂົ້າໄປປະສາດ Dracula ເຊິ່ງຖືກຄືນຊີບໂດຍບາດຫຼວງຜູ້ຊົ່ວຮ້າຍ Shaft ແລະຍັງໄດ້ລັກພາໂຕຜູ້ຍິງ 4 ຄົນໃນເມືອງໄປ ເຊິ່ງ 1 ໃນນັ້ນກໍຄື: Annette ຄົນຮັກຂອງ Richter ໄປບູຊາຍັນເພື່ອຄືນຊີບພະລັງແບບສູງສຸດ. ດ້ານກຣາບຟິກຂອງໂຕເກມມີການປັບໃຫ້ສວຍງາມຂຶ້ນ ແລະທັນສະໄໝສົມກັບເປັນເຄື່ອງເກມ 16 Bit ແຕ່ສິ່ງທີ່ພັດທະນາເປັນຄັ້ງທຳອິດໃນຊີຣີ ຄືການໃສ່ສຽງພາກໃນໂຕລະຄອນ ແລະສາກ Cutscene ເປັນອະນິເມະແບບງ່າຍໆລົງໄປ ເພາະວ່າ PC-Engine ໃຊ້ CD ເປັນສື່ຫຼັກຂອງເຄື່ອງ ເຊິ່ງມີຄວາມຈຸຫຼາຍກວ່າກະແຊັດເກມຫຼາຍເທົ່າ ຈຶ່ງສາມາດໃສ່ສຽງພາກ ແລະ Cutscene ລົງໄປໃນເກມໄດ້ແບບສະບາຍໆ.

ສິ່ງທີ່ຖືເປັນຄວາມສຸດຍອດຂອງຊີຣີຄື: ການທີ່ 1 ສາກໃນເກມມີຫຼາກຫຼາຍເສັ້ນທາງໃຫ້ຜູ້ຫຼິ້ນເລືອກຈະໄປ ເຊິ່ງເປັນການພັດທະນາຈຸດເດັ່ນຂອງພາກ 3 ໃຫ້ມີຄວາມເລິກຫຼາຍຂຶ້ນ, ໂດຍເສັ້ນທາງທີ່ເຮົາໄປນີ້ຈະບໍ່ແມ່ນເສັ້ນທາງຊື່ແບບພາກກ່ອນໆ (ຍົກເວັ້ນພາກ 3) ເຊັ່ນ: ການຕີທາງລັບແລ້ວມີທາງຍາງ ຫຼືຕົກເຫວເພື່ອລົງໄປໃຕ້ດິນ ໂດຍເສັ້ນທາງເຫຼົ່ານີ້ຈະພາໄປສູ່ສາກທີ່ແຕກຕ່າງໄປຈາກເກົ່າ ລວມເຖິງຈະສົ່ງຜົນກະທົບຕໍ່ການຊ່ອຍເຫຼືອ 1 ໃນສາວທີ່ຖືກລັກພາໂຕມາໃນເກມອັນເປັນສ່ວນສຳຄັນຂອງສາກຈົບ ແລະໃນ 1 ສາກຂອງເກມມີຄວາມລັບຫຼາກຫຼາຍທີ່ຜູ້ຫຼິ້ນຈະຕ້ອງຄົ້ນຫາ ເຮັດໃຫ້ຫຼິ້ນ 1 ສາກອາດຈະຍາວເຖິງ 20-30 ນາທີ ຈາກປົກກະຕິຊີຣີໃຫ້ຫຼິ້ນ 1 ສາກພຽງ 5-6 ນາທີເທົ່ານັ້ນ (ເພາະມີການຈັບເວລານຳ). ນອກຈາກນີ້ໂຕຂອງ Richter Belmont ກໍບໍ່ໄດ້ມີຄວາມສາມາດພຽງການໃຊ້ແສ້, ຍ່າງ, ໂດດ, ດຶກອາວຸດສຳຮອງເທົ່ານັ້ນ ເພາະມີລະບົບ Item Crush ທີ່ເອີ້ນພະລັງຂັ້ນສຸດຍອດຈາກອາວຸດສຳຮອງ ເກີດເປັນທ່າໄມ້ຕາຍທີ່ມີຄວາມຮຸນແຮງສູງ ເຊິ່ງກໍຕ້ອງແລກມາດ້ວຍການໃຊ້ຫົວໃຈທີ່ຫຼາຍກວ່າປົກກະຕິ ລວມເຖິງສາມາດໂດດຕີລັງກາກັບຫຼັງເພື່ອຫຼົບການໂຈມຕີຂອງສັດຕູໄດ້.  

ອີກ 1 ຄວາມພິເສດຄື: ໂຕລະຄອນລັບແບບ Maria Renard ເດັກສາວຜູ້ມີພະລັງພິເສດໃນການເອີ້ນຂ້າຮັບໃຊ້ເຊັ່ນ: ມັງກອນຟ້າ, ຫົງແດງ, ເຕົ່າຄະນອງ, ພະຍັກຂາວ ມາຊ່ອຍສູ້ເຊິ່ງຈະເປັນໂຕລະຄອນລັບທີ່ເຮົາສາມາດປົດລ໋ອກມາໃຊ້ໄດ້ ຫາກເຮົາເຮັດເງື່ອນໄຂຊ່ອຍນາງໄດ້, ເຊິ່ງຄວາມສາມາດນອກຈາກເອີ້ນສັດອະສູນມາແທນອາວຸດສຳຮອງ ນາງຍັງສາມາດສະໄລ້, ໂດດ 2 ຈັງຫວະ ໄດ້ອີກນຳ ເວົ້າໄດ້ວ່າຄົນນິຍົມຫຼິ້ນນາງຫຼາຍກວ່າພະເອກຊ້ຳ. 

ສຳລັບຄວາມຍາກຂອງເກມກໍຢູ່ໃນລະດັບທີ່ບໍ່ຍາກຈົນເກີນໄປຄືພາກເກົ່າໆ ດ້ວຍຄວາມສາມາດຂອງໂຕລະຄອນຫາກໃຊ້ເທັກນິກໃນການຫຼິ້ນດີໆ ກໍສາມາດຜ່ານແຕ່ລະສາກໄດ້ບໍ່ຍາກຈົນເກີນໄປ ລວມເຖິງການມີຫຼາກຫຼາຍເສັ້ນທາງໃຫ້ເລືອກຫຼິ້ນໃນເກມ ເຮັດໃຫ້ສາມາດຈັບເກມມາຫຼິ້ນຫຼາຍຮອບເພື່ອເຄລຍທຸກຢ່າງໃຫ້ຄົບ 100℅ ໄດ້ອີກ. 

Akumajou Dracula X Chi no Rondo ໄດ້ຮັບສຽງຕອບຮັບຢ່າງດີຈາກແຟນໆຂອງຊີຣີ ໂດຍຍົກໃຫ້ເປັນພາກທີ່ເປັນ Castlevania ແບບ Classic ທີ່ດີທີ່ສຸດ, ແຕ່ວ່າແຟນເກມຊາວຕາເວັນຕົກໃນຕອນນັ້ນຫາກຈະຫຼິ້ນພາກນີ້ມີພຽງແຕ່ການຊື້ເຄື່ອງ PC-Engine ແລະເກມຈາກປະເທດຍີ່ປຸ່ນເທົ່ານັ້ນ (ບໍ່ຊັ້ນກະຫຼິ້ນຜ່ານ Emulator ແບບຜິດກົດໝາຍ) ເພາະວ່າເກມພາກນີ້ບໍ່ມີວາງຈຳໜ່າຍນອກຈາກຍີ່ປຸ່ນ, ນັ້ນເຮັດໃຫ້ຄົນຕາເວັນຕົກບໍ່ມີໂອກາດໄດ້ສຳຜັດເກມພາກນີ້ຫຼາຍ ເຖິງວ່າ Konami ຈະມີການ Remake ອອກມາເປັນ Castlevania Dracula X (ຊື່ຍີ່ປຸ່ນ Akumajou Dracula XX ) ລົງເທິງເຄື່ອງ Super NES (Super Famicom) ແຕ່ວ່າຄຸນນະພາບແລະຄວາມມ່ວນຫ່າງຊັ້ນຈາກພາກຕົ້ນສະບັບຫຼາຍ, ໂດຍຊາວຕາເວັນຕົກຕ້ອງຖ້າກັນເຖິງ 14 ປີເລີຍ ຈົນມາຮອດປີ 2007 ໄດ້ມີການ Remake ອີກຄັ້ງໃນຊື່ Castlevania Dracula X Chronicle ເຊິ່ງໄດ້ມີການບັນຈຸເກມພາກ Akumajou Dracula X Chi no Rondo ແບບຕົ້ນສະບັບແລະແປງເປັນພາສາອັງກິດໝົດເກມລວມເຖິງຊື່ວ່າ: Castlevania Rondo of Blood

Fact ເລັກນ້ອຍກ່ຽວກັບເກມ Castlevania Rondo of Blood

  • ຫາກເຮົາເປີດເກມໂດຍບໍ່ໄດ້ສຽບກາຣ໌ດໃນເຄື່ອງ ເຮົາຈະໄດ້ຫຼິ້ນເກມ Akumajou Dracula Peke ເຊິ່ງໂຕລະຄອນໃນເກມຈະປ່ຽນເປັນໂຕມົນໆໜ້າຮັກຕີສັດຕູ ກ່ອນຈະຈົບເກມໂດຍຂຶ້ນຂໍ້ຄວາມ “ຄັນຈະຫຼິ້ນກະສຽບກາຣ໌ດທະແມະ” (…) ^^

  • ເກມພາກນີ້ຖືເປັນພາກເດບິວທີມງານໃນພາກ Symphony of the Night, ຜູ້ກຳກັບ Toru Hagihara ກໍກຳກັບພາກນີ້ເປັນພາກທຳອິດ ແຕ່ຊື່ໜຶ່ງທີ່ແຟນໆ Castlevania ຕ້ອງອໍທັນທີກໍຄື Kouji Igarashi ຫຼື IGA ນັ້ນເອງ ແຕ່ວ່າໃນພາກນີ້ລາວເປັນພຽງ Special Thank ເທົ່ານັ້ນ.
  • ຫາກໃສ່ຊື່ໃນເກມວ່າ X-X!V”Q ເຮົາຈະສາມາດເລືອກສາກໃນເກມໄດ້ທັນທີ
  • ຫາກຫຼິ້ນ Maria ແລ້ວກົດ ລົງ, ຂຶ້ນ, ລົງ+ໜ້າ, ໂຈມຕີ ຈະເປັນທ່າພິເສດຂອງ Maria ທີ່ມີຄວາມຮຸນແຮງຫຼາຍ

  • ຫາກເຮົາບໍ່ມີອາວຸດສຳຮອງແລ້ວໃຊ້ Item Crush ຈະປ່ຽນເປັນທ່າແສ້ໄຟທັນທີ
  • ໃນດ່ານທີ 5 ເຮືອຮ້າງ ເຮົາສາມາດໃຊ້ Maria ເຂົ້າຫ້ອງລັບເຊິ່ງເປັນຫ້ອງເຄື່ອງຂອງເຮືອໄດ້ ແຕ່ບໍ່ມີຫຍັງໃນຫ້ອງ 
  • ຫາກນຳແຜ່ນເກມໄປໃສ່ໃນເຄື່ອງຫຼິ້ນ CD ເຮົາຈະໄດ້ Track ລັບທີ່ Richter ແລະ Maria ຈະບອກວ່າ:: “ນີ້ຄືແຜ່ນສຳລັບເຄື່ອງ PC-Engine”

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...