ສາເຫດຂອງການເກີດສິວບໍລິເວນຄາງ

0
1736

ສິວບໍ່ວ່າຈະເກີດຢູ່ໃສ ບໍລິເວນໃດກໍສ້າງຄວາມລຳຄານ, ສ້າງຄວາມບໍ່ໝັ້ນໃຈໂຕເອງ ແລະເຮັດໃຫ້ຜິວຖືກທຳລາຍ ໂດຍກາຍເປັນຈຸດດ່າງດຳ ແລະມັນຈະເກີດຂຶ້ນໄດ້ນັ້ນກໍຍ້ອນຄວາມຄຽດ, ນອນບໍ່ຫຼັບ, ຜັກຜ່ອນບໍ່ພຽງພໍ, ຫຼືເກີດຈາກການກິນອາຫານທີ່ເປັນຜິດກັບຮ່າງກາຍ

  1. ຍ້ອນໂຮໂມນ ແລະແບັກທີເລຍ: ສິວທີ່ເກີດຢູ່ຄາງ ເປັນສິວທີ່ເກີດຈາກໂຮໂມນໃນຮ່າງກາຍຂອງເຮົາ ແລະບວກກັບແບັກທີເລຍບໍລິເວນຮີມປາກ ເຊິ່ງເຮັດໃຫ້ເກີດຮອຍແດງ ແລະສິວອັກເສບໄດ້ງ່າຍ
  2. ກິນອາຫານມັນຫຼາຍເກີນໄປ: ອາຫານມັນເປັນອີກສາເຫດໜຶ່ງຂອງສິວ ໂດຍສະເພາະສິວຢູ່ຄາງ ເຊິ່ງໄຂມັນທັງຫຼາຍມັກເປັນບັນຫາຂອງການເກີດສິວ
  3. ມັກກິນທາດແອວກໍຮໍ: ທາດແອວກໍຮໍທຸກຊະນິດຈະທຳລາຍຮ່າງກາຍຂອງເຮົາທຸກສ່ວນ, ຜິວເຮົາກໍຖືກທຳລາຍເຊັ່ນດຽວກັນ ແລະເປັນສາເຫດຂອງການເປັນສິວແຖວຄາງ
  4. ອາຫານທີ່ມີສ່ວນປະສົມຂອງນົມ: ເປັນຕົ້ນແມ່ນຊີສ, ເນີຍ ເປັນສາເຫດຂອງການເກີດພະຍາດທາງຜິວໜັງ ໂດຍສະເພາະແມ່ນສິວ
  5. ກາເຟ: ມີສານຄາເຟອິນ, ນໍ້າຕານ ແລະນົມ ຫຼືຄີມທຽມທີ່ຢູ່ໃນກາເຟ ຈະເຮັດໃຫ້ຜິວຖືກທຳລາຍໄດ້ງ່າຍ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ