ເຫຼືອເຊື່ອ!! ມາເບິ່ງນັກສີລະປິນຍິງຄົນຍີ່ປຸ່ນ ທີ່ນຳເອົາເຈ້ຍໜັງສືພິມມາປັ້ນເຮັດເປັນຮູບສັດຕ່າງໆ

0
1942

​ 
        ສຳລັບຫຼາຍໆຄົນແລ້ວ “ໜັງສືພິມ” ອາດຈະມີໄວ້ພຽງອ່ານເທົ່ານັ້ນ, ແຕ່ວ່າສຳລັບທ່ານ Chie Hitotsuyama ໜັງສືພິມເປັນສິ່ງທີ່ເຮັດໄດ້ຫຼາຍກວ່ານັ້ນ ຖ້າເຈົ້າໄດ້ເຫັນແລ້ວເຈົ້າອາດຈະບໍ່ເຊື່ອວ່າສີລະປິນຍິງຍີ່ປຸ່ນຄົນນີ້ໄດ້ປ່ຽນເຈ້ຍໜັງສືພິມທີ່ບໍ່ໃຊ້ໃຫ້ກາຍມາເປັນຮູບປັ້ນສັດສົມຈິງຂຶ້ນມາໄດ້. 


        ທ່ານ Chie Hitotsuyama ໄດ້ນຳເອົາເຈ້ຍໜັງສືພິມມາມ້ວນໃຫ້ມີຂະໜາດນ້ອຍໃຫ້ແໜ້ນ ແລ້ວບິດມັນໃຫ້ໂຄ້ງດ້ວຍຊິ້ນສ່ວນຂອງໜັງສືພິມແບບປຽກ ເຊິ່ງຂັ້ນຕອນທັງໝົດແມ່ນລ້ວນແຕ່ເຮັດດ້ວຍມືພຽງ 2 ຂ້າງເທົ່ານັ້ນ. ນອກຈາກນີ້ນາງຍັງໃຊ້ເຈ້ຍປຣິນສີເພື່ອປັບແຕ່ງຮູບຮ່າງໃຫ້ເປັນສັດປະເພດອື່ນໆເຊັ່ນ: ລິງຍີ່ປຸ່ນ ຫຼືແຮດຍັກອີກນຳ. ເວົ້າໄດ້ວ່າເປັນການເຮັດໃຫ້ສິ່ງທີ່ເຮັດໄດ້ພຽງແຕ່ໂຍນຖິ້ມເປັນຂີ້ເຫຍື້ອກາຍມາເປັນສິ່ງທີ່ມີຄຸນຄ່າຫຼາຍຂຶ້ນມາເທົ່າໂຕເລີຍ. 






ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station