HomeມູມໄອທີລາວXiaomi ເປີດໂຕເຮືອທຸງໃໝ່ Mi Note 2 ມາພ້ອມຈໍ OLED, ຂອບໂຄ້ງ, Snapdragon 821, Android 6.0...

Xiaomi ເປີດໂຕເຮືອທຸງໃໝ່ Mi Note 2 ມາພ້ອມຈໍ OLED, ຂອບໂຄ້ງ, Snapdragon 821, Android 6.0 ເລີ່ມຕົ້ນທີ່ 3.370.000 ກີບ

Published on

​Xiaomi ປະກາດເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຂອງບໍລິສັດແລ້ວນາມວ່າ: Mi Note 2. ສຳລັບໂທລະສັບລຸ້ນນີ້ແມ່ນມາພ້ອມຈໍ OLED ຂະໜາດ 5.7 ນິ້ວ, ໂດຍເນື້ອທີ່ຈໍນັ້ນກວມເອົາໂຕເຄື່ອງທີ່ 77.2%, ມາພ້ອມຊິບ Snapdragon 821 ແລະ Android 6.0 (Marshmallow). ນອກຈາກນີ້ຂອບໂຕເຄື່ອງແມ່ນເຮັດດ້ວຍອະລູມິນ້ຽມ ແລະເຊັນເຊີ້ສະແກນນິ້ວມືທີ່ປຸ່ມ Home.

ສຳລັບສະເປັກຂອງ Xiaomi Mi Note 2 ມີດັ່ງນີ້:

  • ສັດສ່ວນເຄຶ່ອງ: 156.2 x 77.3 x 7.6 ມມ
  • ນ້ຳໜັກ: 166 ກຣາມ
  • ໜ້າຈໍ: OLED ຂະໜາດ 5.7 ນິ້ວ, FullHD (1920 x 1080 ພິກເຊວ), ເຊິ່ງຂອບຈໍໂຄ້ງທັງສອງເບື້ອງ ແລະຊ່ວງສີ NTSC 110%
  • CPU: Snapdragon 821 64-bit 2.35GHz 
  • GPU: Adreno 530 
  • RAM: 4GB DDR4 ແລະ 6GB DDR4 
  • ROM: 64GB (UFS 2.0) ແລະ 128GB (UFS 2.0) 
  • ລະບົບ: Android 6.0 (Marshmallow) ພ້ອມ MIUI 8
  • ຊິມ: Dual SIM (nano + nano)
  • ກ້ອງຫຼັງ: 22.56 ລ້ານພິກເຊວ ມາພ້ອມແຟລັດຄູ່ໂທນ LED, EIS, ເຊັນເຊີ້ Sony IMX318, ເລນ 6 ສ່ວນ, f/2.0, ຖ່າຍວີດີໂອ 4K 
  • ກ້ອງໜ້າ: 8 ລ້ານພິກເຊວ ມາພ້ອມ f/2.0, ເຊັນເຊີ້ Sony IMX258, ມຸມກວ້າງ 76° 
  • ເຊັນເຊີ້: ສະແກນນິ້ວມື, ອິນຟຣາເຣດ 
  • ລະບົບສຽງ: 24-bit 192kHz / 24-bit lossless audio
  • ພອຣ໌ດ: ຮູແຈັກ 3.5 ມມ, USB Type-C
  • ການເຊື່ອມຕໍ່: 4G VoLTE , WiFi 802.11 ac (2.4/5 GHz), Bluetooth 4.2, GPS, NFC
  • ແບັດເຕີຣີ: 4000mAh ພ້ອມຮອງຮັບ Quick Charge 3.0

ສຳລັບ Xiaomi Mi Note 2 ແມ່ນມີ 2 ສີໃຫ້ເລືອກຄື: Piano Black ແລະ Glacier Silver. ສ່ວນລາຄາເປີດໂຕແມ່ນມີດັ່ງນີ້:

  • Xiaomi Mi Note 2 ລຸ້ນ RAM 4GB + ROM 64GB ລາຄາ 2799 ຢວນ (3.370.000 ກີບ) 
  • Xiaomi Mi Note 2 ລຸ້ນ RAM 6GB + ROM 128GB ລາຄາ 3299 ຢວນ (3.970.000 ກີບ) .
  • Xiaomi Mi Note 2 ລຸ້ນຮອງຮັບ LTE ທົ່ວໂລກ RAM 6GB + ROM 128GB ລາຄາ 3499 ຢວນ (4.210.000 ກີບ). 

ສຳລັບລຸ້ນນີ້ແມ່ນເລີ່ມເປີດໃຫ້ສັ່ງຈອງຕັ້ງແຕ່ມື້ນີ້ເປັນຕົ້ນໄປທີ່ປະເທດຈີນ ຈົນເຖິງມື້ວາງຈຳໜ່າຍວັນທີ 1 ພະຈິກນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...