spot_img
Homeຂ່າວການພັດທະນານາຍົກລັດຖະມົນຕີ ຊີ້ນຳແຂວງຈຳປາສັກ ສຸມໃສ່ພັດທະນາເສດຖະກິດ-ເຂັ້ມງວດຄຳສັ່ງເລກທີ 15

ນາຍົກລັດຖະມົນຕີ ຊີ້ນຳແຂວງຈຳປາສັກ ສຸມໃສ່ພັດທະນາເສດຖະກິດ-ເຂັ້ມງວດຄຳສັ່ງເລກທີ 15

Published on

ໃນວັນທີ 18 ຕຸລາ 2016 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຄະນະພັກ-ອໍານາດການປົກຄອງ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງແຂວງຈໍາປາສັກ ເພື່ອຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືຂອງແຂວງ ໃຫ້ມີຜົນສໍາເລັດໃໝ່ທີ່ໃຫຍ່ຫລວງກວ່າເກົ່າ. ນອກນີ້ ກໍໃຫ້ເອົາໃຈໃສ່ຈັດຕັ້ງ ປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.
ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ຄະນະພັກ-ອໍານາດການປົກຄອງແຂວງ ຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ກໍາລັງຜັນແປໄປຢ່າງສັບສົນ ເຊິ່ງມີທັງ ກາລະໂອກາດ ແລະ ສິ່ງທ້າຍທ້າ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນປະເທດ. ລັດຖະບານໄດ້ມີການຊີ້ນໍາ-ນໍາພາ ໃນໄລຍະ 5 ເດືອນຜ່ານມາ ເຫັນວ່າມີຜົນງານໃນຫລາຍດ້ານ ເປັນຕົ້ນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການຈັດກອງປະຊຸມສຸດຍອດອາຊຽນຄັ້ງ ທີ 28 ແລະ 29 ລວມທັງບັນຫາອື່ນໆ. ທ່ານ ນາຍົກ ຍັງໄດ້ເນັ້ນໃຫ້ຄະນະພັກ-ອໍານາດການປົກຄອງແຂວງ ພ້ອມກັນນໍາໃຊ້ທ່າແຮງບົ່ມຊ້ອນ ທີ່ແຂວງມີຄວາມອຸດົມສົມບູນຂອງທໍາມະຊາດ ມີທັງພູພຽງ ແລະ ທົ່ງພຽງ, ມີແຫລ່ງທ່ອງທ່ຽວມໍລະດົກໂລກ, ມີນໍ້າຕົກຕາດຄອນພະເພັງທີ່ສວຍສົດງົດງາມ ເຊິ່ງເປັນເງື່ອນໄຂທີ່ເໝາະສົມນໍາໃຊ້ເຂົ້າໃນການພັດທະນາ. ນອກນີ້, ກໍໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ, ຊຸກຍູ້ສົ່ງເສີມ ການຈັດ ເກັບລາຍຮັບ ໂດຍສະເພາະໃນຂະແໜງການພາສີ, ອາກອນ ແລະ ແຫລ່ງລາຍຮັບອື່ນໆໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອເຮັດໃຫ້ລາຍຮັບງົບປະມານບັນລຸຕາມແຜນການ ທັງສາມາດເບີກຈ່າຍເງິນເດືອນ ແກ່ພະນັກງານ-ລັດຖະກອນໄດ້ທ່ວງທັນຕາມວັນເວລາທີ່ກໍານົດໄວ້. ພ້ອມນັ້ນ, ໃຫ້ເອົາໃຈໃສ່ປັບປຸງກົນໄກບໍລິຫານ ແລະ ປັບປຸງທັດສະນະຂອງພະນັກງານທີ່ເຮັດວຽກງານບໍລິຫານໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມ ໂປ່ງໃສ ແລະ ຮັບໃຊ້ພໍ່ແມ່ປະຊາຊົນຢ່າງແທ້ຈິງ.
ພ້ອມນີ້,ທ່ານນາຍົກລັດຖະມົນຕີ ຍັງເນັ້ນໃຫ້ຄະນະພັກ-ອໍານາດການປົກຄອງແຂວງ ເອົາໃຈໃສ່ບຸກບືນ ສູ້ຊົນເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ພ້ອມທັງອໍານວຍຄວາມສະດວກ ໃຫ້ແກ່ນັກລົງທຶນ ບົນຫລັກການ ພື້ນຖານແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເອົາໃຈໃສ່ເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າ, ການປູກຝັງ-ລ້ຽງສັດ ລວມທັງການປູກພືດຜັກກິນໃບ ແລະ ພືດໃຫ້ໝາກຂອງປະຊາຊົນ ແຕ່ລະທ້ອງຖິ່ນ ໃຫ້ຂະຫຍາຍຕົວຢ່າງກ້ວາງຂວາງ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດທັງພາຍໃນ ແລະ ຕ່າງປະເທດ, ສາມາດສ້າງລາຍຮັບແກ່ຄອບຄົວ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຢ່າງເດັດຂາດ. ສິ່ງສຳຄັນເອົາໃຈໃສ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ໜັກແໜ້ນ-ປອດໄພ, ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ຫລຸດໜ້ອຍຖອຍລົງ ເປັນຕົ້ນ ບັນຫາຢາເສບຕິດ, ການລັກລອບນໍາເຂົ້ານໍ້າມັນເຖື່ອນ, ການຄ້າຂາຍເຖື່ອນ, ອາວຸດເຖື່ອນ ແລະ ບັນຫາຫຍໍ້ທໍ້ອື່ນໆ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...