spot_img
Homeຂ່າວການພັດທະນານາຍົກລົງຢ້ຽມຢາມສວນກາເຟ ທີ່ເມືອງປາກຊ່ອງ

ນາຍົກລົງຢ້ຽມຢາມສວນກາເຟ ທີ່ເມືອງປາກຊ່ອງ

Published on

ໃນວັນທີ 17 ຕຸລາ ຜ່ານມານີ້ ທ່ານ ທອງລຸນ ສີສຸ ລິດ ນາຍົກລັດຖະມົນຕີ ພ້ອມ ຄະນະໄດ້ລົງເຄື່ອນໄຫວຢ້ຽມ ຢາມການຜະລິດກາເຟ ຂອງບໍ ລິສັດປາກຊ່ອງໄຮແລນ ຈຳກັດ ຢູ່ທີ່ສວນກາເຟ ໂນນກະຖາດ ເມືອງປາກຊ່ອງແຂວງຈຳປາສັກ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ສິລິພົນ ຍອດເມືອງຈະເລີນ ປະທານຄະນະ ກຳມະການບໍລິສັດປາກຊ່ອງ ໄຮແລນ ຈຳກັດ, ທ່ານ ທິລະພົນ ກຽດສຸລະນົນ ກຳມະການ ຜູ້ຈັດການໃຫຍ່ບໍລິສັດປາກ ຊ່ອງໄຮແລນຈຳກັດ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ ການລົງເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບການຜະລິດກາເຟ ຂອງບໍລິສັດປາກຊ່ອງໄຮແລນ ຈຳກັດ ໃນໄລຍະຜ່ານມາຈາກ ທ່ານ ທິລະພົນ ກຽດສຸລະນົນ ໃຫ້ຮູ້ໂດຍຫຍໍ້ວ່າ: ບໍລິສັດປາກ ຊ່ອງໄຮແລນ ຈຳກັດໄດ້ຮັບ ການອະນຸຍາດສຳປະທານ ເນື້ອທີ່ດິນໃນຂອບເຂດເມືອງ ປາກຊ່ອງນັບແຕ່ປີ 2009 ຈຳ ນວນ 3.101 ເຮັກຕາ ໃນນີ້ ໄດ້ເລີ່ມຕົ້ນປູກກາເຟແລ້ວຈຳ ນວນ 2.346 ເຮັກຕາ ໂດຍມີ ແຮງງານລວມທັງໝົດ 341 ຄົນ ຍິງ 28 ຄົນ, ຕ່າງປະ ເທດ 35 ຄົນ ແລະ ວິຊາການ ຄົນລາວ ຈຳນວນ 52 ຄົນ.

ໃນປີທີ່ຜ່ານມາບໍລິສັດໄດ້ປັບປຸງ ການປູກກາເຟດ້ວຍເຕັກນິກ ໃໝ່ທີ່ທັນສະໄໝ ໂດຍການນຳໃຊ້ເຄື່ອງກົນຈັກເຂົ້າໃນການບຸກເບີກ, ປັບປຸງພື້ນທີ່ ແລະ ບຳລຸງຮັກສາຕະຫຼອດຈົນຮອດ ລະດູການເກັບກ່ຽວຜົນຜະລິດ ເຊິ່ງທາງບໍລິສັດໄດ້ເນັັ້ນໜັກ ການປູກກາເຟພັນ (ກາຕີມໍ) ເຊິ່ງ ເປັນພັນກາເຟທີ່ມີລົດຊາດທີ່ດີໃຫ້ຜົນຜະລິດຫຼາຍ ແລະ ສາ ມາດທົນທານຕໍ່ສະພາບດິນ ຟ້າອາກາດໄດ້ຢ່າງດີ ເຊິ່ງໃນ ໄລຍະປີ 2015-2016 ທາງບໍ ລິສັດສາມາດເກັບກ່ຽວກາເຟ ກາຕີມໍໝາກແດງໄດ້ທັງໝົດ 3.200 ໂຕນ ແລະ ໝາກຂາວ ໄດ້ 500 ໂຕນ.

ໂອກາດດັ່ງກ່າວນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດປາກຊ່ອງໄຮແລນ ຈຳກັດ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມດຽວກັນ ທ່ານຍັງໄດ້ຍ້ອງຍໍຊົມເຊີຍມາຍັງບໍລິສັດ ທີ່ໄດ້ເຂົ້າມາລົງທຶນປູກ ແລະ ຜະລິດກາເຟໃນປະເທດລາວກໍ່ຄືເມືອງປາກຊ່ອງ ໃຫ້ກາຍເປັນພື້ນທີ່ສີຂຽວ, ສະອາດ, ສວຍງາມສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ແລະ ເຮັດໃຫ້ຊາວຕ່າງປະເທດ ຮູ້ຈັກກາເຟລາວກ້າວ ໄປສູ່ກາເຟຄຸນນະພາບລະດັບ ສາກົນເທື່ອລະກ້າວ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...