spot_img
Homeຂ່າວການສຶກສາຜົນເສັງມໍ 7 ທົ່ວ ນ.ວ ຈະປະກາດພາຍໃນອາທິດໜ້າ

ຜົນເສັງມໍ 7 ທົ່ວ ນ.ວ ຈະປະກາດພາຍໃນອາທິດໜ້າ

Published on

DSC_1658

 

ຕາມ​ການ​ລາຍ​ງານ​ຂອງ​ຄະນະ​ຮັບຜິດຊອບພະ​ແນ​ກສຶກສາ​ທິການ ແລະ ກິລາ ​ນະຄອນຫລວງວຽງຈັນ​​ໃຫ້​ຮູ້​ວ່າ:

ການ​ສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ຕອນ​ປາຍ (ມ.7) ເຊິ່ງ​ໄດ້​ດຳ​ເນີນ​ມາແຕ່​ລະຫວ່າງ​ວັນ​ທີ 24-27 ມິຖຸນາ​ທີ່​ຜ່ານ

​ມາ​ໂດຍ​ມີ​ນັກ​ສອບ​​ເສັງ​ທົ່ວ​ນະຄອນຫລວງ​ທັງ​ໝົດ 8.678 ຄົນ, ​ໃນ​ນີ້​ມີໜ້າ​ເຂົ້າ​ສອບ​ເສັງ​ຕົວ​ຈິງ 8.665 ຄົນ.

 

ຜ່ານ​ຈາກ​ການ​ກວດກາ​ຄະ​ແນນ​ສອບ​ເສັງ​ ຂອງຄະນະ​ກຳມະການ​ກວດ​ສອບ ​ສາມາດ​ຕີ​ລາຄາ​ຄິດ​ສະ​ເລ່ຍ​ໄດ້​ທັງ

​ໝົດ 98,77% ທຽບ​ໃສ່​ສົກປີຜ່ານ​ມາສາມາດ​ປະຕິບັດ​ໄດ້​ລື່ນ 0.47% ​ໃນ​ນີ້​ມີ​ນັກຮຽນ​ສອບ​ເສ​ັງ​ໄດ້​ຄະ​ແນນ

5 ຂຶ້ນ​ໄປຢູ່​ໃນ​ທຸກ​ວິຊາ ຈຳນວນ 6.237 ຄົນ ສະ​ເລ່ຍ 71,99%, ສາມາດ​ສອບ​ເສັງ​ໄດ້​ຮອບດ້ານຍາດ​ໄດ້​ຄະ​

ແນນ 7 ຂຶ້ນ​ໄປ ຈຳນວນ 630 ຄົນ ສະ​ເລ່ຍ 7,26% ​ແລະ ມີ​ຜູ້​ໄດ້​ຮັບໃບປະກາສະ​ນີຍະ​ບັດ​ແດງ 26

ຄົນ ສະ​ເລ່ຍ 0,30%, ​ເຊິ່ງຜົນ​ການ​ສອບ​ເສັງຈະ​ໄດ້​ຖືກ​ປະກາດ​ເປັນ​ທາງ​ການ​ພາຍ​ໃນ​ອາທິດ

​ໜ້າ​ທີ່​ຈະ​ມາ​ເຖິງ, ​ໂດຍ​ຜົນ​ການ​ສອບ​ເສັງຈະ​​ໄດ້ຕິດ​ຢູ່ຕາມ​ແຕ່ລະ​ໂຮງຮຽນ​ມັດທະຍົມ​ຕອນ​

ປາຍ​ທຸກ​ແຫ່ງ ​ແລະ ພະ​ແນ​ກສຶກສາ​ ແລະ ກິລາ​ນະຄອນຫລວງ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...