spot_img
Homeຂ່າວການພັດທະນາກະຊວງວິທະຍາສາດຯ ເປີດຫ້ອງກວດສອບ ຄຸນນະພາບນໍ້າມັນເຊື້ອໄຟ ຢູ່ດ່ານສາກົນແຂວງບໍ່ແກ້ວ

ກະຊວງວິທະຍາສາດຯ ເປີດຫ້ອງກວດສອບ ຄຸນນະພາບນໍ້າມັນເຊື້ອໄຟ ຢູ່ດ່ານສາກົນແຂວງບໍ່ແກ້ວ

Published on

ຂປລ.​ ໃນວັນທີ 18 ຕຸລາຜ່ານມານີ້ ທ່ານ ບໍ່ວຽງຄຳ ວົງ​ດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳ​ພັນ ​ເຜີຍ​ຍະ​ວົງ ​ເຈົ້າແຂວງບໍ່ແກ້ວ ໄດ້ຮ່ວມ​ຕັດ​ແຖບ​ຜ້າ ເປີດຫ້ອງກວດກາຄຸນນະພາບນໍ້າມັນເຊື້ອໄຟ ປະຈໍາດ່ານສາກົນຂົວມິດຕະພາບ ລາວ-​ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ​ແຂວງ​ບໍ່​ແກ້ວ. ພ້ອມ​ທັງຢ້ຽມຊົມຫ້ອງກວດຄຸນນະພາບນໍ້າມັນ, ທັງນີ້ກໍເພື່ອເປັນການສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ ຂອງ​ຜູ້​ບໍລິ​ໂພ​ກນໍ້າມັນເຊື້ອໄຟຢູ່ ສປປ ລາວ ໃຫ້ມີຄຸນະພາບ, ຖືກຕ້ອງຕາມມາດຕະຖານແຫ່ງຊາດ ກໍຄືມາດຕະຖານສາກົນ.

ທ່ານ ວຽງທອງ ວົງທະວິໄລ ຮັກສາການຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ  ກ່າວວ່າ: ໄລຍະຜ່ານມາ ກະຊວງ​ໄດ້ປະຕິບັດຕາມພາລະບົດບາດ ກໍ​ຄືປະຕິບັດຕາມກົດໝາຍ ໄດ້ມີການລົງກວດສອບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ຕາມສະຖານທີ່ບໍລິການໃນຂອບເຂດທົ່ວປະເທດ ຕາມ​ທີ່ສັງຄົມໄດ້ຮຽກຮ້ອງ ໃຫ້ເອົາໃຈໃສ່ຕໍ່ຄຸນນະພາບນໍ້າມັນເຊື້ອໄຟ ທີ່ນໍາໃຊ້ໃນ ສປປ  ລາວ ໂດຍສະເພາະມີການຮຽກຮ້ອງ ຈາກປະຊາຊົນມີສາຍດ່ວນຈາກສະພາແຫ່ງຊາດ.

ດັ່ງນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງພ້ອມກັນສ້າງບັນດານິຕິກໍາ, ສ້າງບຸກຄະລາກອນ ແລະ ກຽມພ້ອມສ້າງພື້ນຖານໂຄງລ່າງ ຂອງຫ້ອງທົດລອງ ໃນການກວດການໍ້າມັນເຊື້ອໄຟ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນການແກ້ໄຂບັນຫາ ປະກົດການຫຍໍ້ທໍ້ ແລະ ປົກປ້ອງຜູ້ຊົມໃຊ້ນໍ້າມັນເຊື້ອໄຟ ຢູ່ ສປປ ລາວ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...