spot_img
Homeມູມໄອທີລາວມາຕາມນັດ! Oppo ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ R9s ແລະ R9s Plus ມາພ້ອມສະເປັກຈັດເຕັມກວ່າເກົ່າດ້ວຍ Snapdragon 653 

ມາຕາມນັດ! Oppo ເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ R9s ແລະ R9s Plus ມາພ້ອມສະເປັກຈັດເຕັມກວ່າເກົ່າດ້ວຍ Snapdragon 653 

Published on

​ຈາກຂ່າວກ່ອນໜ້ານີ້ທີ່ເຮົາໄດ້ສະເໜີໄປວ່າທາງບໍລິສັດ Oppo ໄດ້ສົ່ງບັດເຊີນຮ່ວມງານເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ໃນວັນທີ 19 ຫຼືມື້ນີ້ນັ້ນເອງ, ໂດຍຫຼ້າສຸດນີ້ທາງ OPPO ກໍໄດ້ປະກາດເປີດໂຕໂທລະສັບລຸ້ນດັ່ງກ່າວນີ້ແລ້ວນັ້ນກໍຄື: R9s ແລະ R9s Plus ທີ່ປະເທດຈີນ.

ສຳລັບຄວາມແຕກຕ່າງຂອງທັງ 2 ເຄື່ອງນີ້ທີ່ເຫັນໄດ້ຊັດເຈນເລີຍກໍຄື CPU ທີ່ໃຫ້ມາ ໂດຍທີ່ OPPO R9s ມາພ້ອມກັບ Snapdragon 625, ໃນຂະນະທີ່ລຸ້ນອ້າຍແບບ OPPO R9s Plus ນັ້ນມາພ້ອມ Snapdragon 653 ທີ່ຫາກ່ອນເປີດໂຕໄປເມື່ອບໍ່ດົນມານີ້. ນອກຈາກນີ້ແລ້ວທັງສອງເຄື່ອງກໍມາພ້ອມກັບເຊັນເຊີ້ກ້ອງ Sony IMX398 ລຸ້ນໃໝ່ຫຼ້າສຸດ (ມີພຽງ R9s Plus ຮອງຮັບ OIS) ແລະລະບົບສາກໄວ VOOC ອີກນຳ.

ສຳລັບສະເປັກຂອງ Oppo R9s ມີດັ່ງນີ້:


  • ສັດສ່ວນເຄື່ອງ: 153×74.3×6.58 ມມ
  • ນ້ຳໜັກ: 145 ກຣາມ
  • ໜ້າຈໍ: ຂະໜາດ 5.5 ນິ້ວ, FullHD (1080 x 1920 ພິກເຊວ), ຈໍໂຄ້ງ 2.5D ແລະມາພ້ອມ Corning Gorilla Glass 5
  • CPU: Octa-Core Snapdragon 625 2GHz 
  • GPU: Adreno 506 
  • RAM: 4GB
  • ROM: 64GB ເພີ່ມ microSD ໄດ້ 128GB 
  • ຊິມ: ຮອງຮັບ 2 ຊິມ ແບບ Hybrid Dual SIM (nano + nano/microSD)
  • ລະບົບ: Android 6.0.1 (Marshmallow) ພ້ອມ ColorOS 3.0
  • ກ້ອງຫຼັງ: 16MP ລ້ານພິກເຊວ ພ້ອມ f/1.7, ເລນ 6P, EIS, ແຟລັດ LED ແລະຖ່າຍວີດີໂອລະດັບ 4K 
  • ກ້ອງໜ້າ: 16 ລ້ານພິກເຊວ ພ້ອມ f/2.0 ແລະເລນ 5P 
  • ເຊັນເຊີ້: ສະແກນນິ້ວມື
  • ການເຊື່ອມຕໍ່: 4G VoLTE, WiFi 802.11 a/b/g/n (dual-band), Bluetooth 4.0, GPS
  • ແບັດເຕີຣີ: 3010mAh ພ້ອມຮອງຮັບ VOOC Flash Charge

    ສຳລັບສະເປັກຂອງ Oppo R9s Plus ມີດັ່ງນີ້:


    • ສັດສ່ວນເຄື່ອງ: 163.63×80.8×7.35 ມມ
    • ນ້ຳໜັກ: 185 ກຣາມ
    • ໜ້າຈໍ: ຂະໜາດ 6 ນິ້ວ, FullHD (1080 x 1920 ພິກເຊວ), ຈໍໂຄ້ງ 2.5D ແລະມາພ້ອມ Corning Gorilla Glass 5
    • CPU: Octa-Core Snapdragon 653 (Cortex A72 1.95GHz + A53 1.44GHz)
    • GPU: Adreno 510
    • RAM: 6GB
    • ROM: 64GB ເພີ່ມ microSD ໄດ້ 128GB 
    • ຊິມ: ຮອງຮັບ 2 ຊິມ ແບບ Hybrid Dual SIM (nano + nano/microSD)
    • ລະບົບ: Android 6.0.1 (Marshmallow) ພ້ອມ ColorOS 3.0
    • ກ້ອງຫຼັງ: 16MP ລ້ານພິກເຊວ ພ້ອມ f/1.7, ເລນ 6P, EIS, ແຟລັດຄູ່ໂທນ LED ແລະຖ່າຍວີດີໂອລະດັບ 4K 
    • ກ້ອງໜ້າ: 16 ລ້ານພິກເຊວ ພ້ອມ f/2.0 ແລະເລນ 5P 
    • ເຊັນເຊີ້: ສະແກນນິ້ວມື
    • ການເຊື່ອມຕໍ່: 4G VoLTE, WiFi 802.11 a/b/g/n (dual-band), Bluetooth 4.1, GPS
    • ແບັດເຕີຣີ: 4000mAh ພ້ອມຮອງຮັບ VOOC Flash Charge

    ສຳລັບທັງ OPPO R9s ແລະ R9s Plus ແມ່ນມີ 3 ສີໃຫ້ເລືອກຄື: ສີຄຳ, ສີຄຳກຸຫຼາບ ແລະສີດຳ. ສຳລັບລາຄາແມ່ນມີດັ່ງນີ້:

    • ໂທລະສັບ OPPO R9s ແມ່ນມີລາຄາຢູ່ທີ່ 2799 ຢວນ (3.385.000 ກີບ)
    • ໂທລະສັບ OPPO R9s Plus ແມ່ນມີລາຄາຢູ່ທີ່ 3499 ຢວນ (4.235.000 ກີບ)

    ຢ່າງໃດກໍຕາມສຳລັບ OPPO R9s ແມ່ນເລີ່ມເປີດໃຫ້ສັ່ງຈອງແລ້ວ ແລະຈະວາງຈຳໜ່າຍໃນວັນທີ 28 ຕຸລານີ້. ໃນສ່ວນຂອງ OPPO R9s Plus ຈະພ້ອມໃນຊ່ວງເດືອນທັນວາ (ຄົງຊ້າເພາະຊີພີຢູໂຕໃໝ່).

    ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

    ທີ່ມາ: fonearena

    ບົດຄວາມຫຼ້າສຸດ

    ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

    ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

    ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

    ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

    ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

    ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

    ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

    ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...