spot_img
Homeຂ່າວຕ່າງປະເທດຣັດເຊຍຈະຕອບໂຕ້ການຂວ້ຳບາດດ້ວຍມາດຕະການທີ່ເທົ່າທຽມກັນ

ຣັດເຊຍຈະຕອບໂຕ້ການຂວ້ຳບາດດ້ວຍມາດຕະການທີ່ເທົ່າທຽມກັນ

Published on

ທ່ານ ເຊີແກ ຣີຢາບກອຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ກ່າວຕໍ່ກໍລະນີທີ່ອາເມລິກາອາດຈະຂວ້ຳບາດປະເທດຕົນອີກເທື່ອໃໝ່ໃນວັນທີ 17 ຕຸລານີ້ວ່າ: ປະເທດຕົນຈະຕອບໂຕ້ການຂວ້ຳບາດດ້ວຍມາດຕະການທີ່ເທົ່າທຽມກັນ. ແນວໃດກໍດີ, ຖ້າປະເທດໃດໜຶ່ງຫວັງບັນລຸເປົ້າໝາຍທາງການເມືອງໂດຍຜ່ານການຂວ້ຳບາດນັ້ນ “ເປັນສິ່ງທີ່ໜ້າອາຍ”.

ທ່ານ ຣີຢາບກອຟ ກ່າວວ່າ: ບໍ່ວ່າປະເທດຕົນຈະໃຊ້ມາດຕະການໃດກໍຕາມ ຖ້າວ່າບໍ່ຖືກໃຈອາເມລິກາກໍຈະຖືກອາເມລິກາຂວ້ຳບາດ. ຂະນະທີ່ຄວາມສ່ຽງຈາກການຂວ້ຳບາດຕໍ່ປະເທດຕົນທີ່ເພີ່ມຂຶ້ນເຊິ່ງບໍ່ເຄີຍຢຸດມາແຕ່ໃດໆທັງນີ້ສະແດງໃຫ້ເຫັນວ່າອາເມລິກາເປັນປະເທດອ່ອນແອແລະຂາດມາດຕະການປຶກສາຫາລືທີ່ຈິງຈັງ.

ຂ່າວສານຣັດເຊຍອ້າງຕາມທ່ານ ຈອນ ເຄຣີ ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ກ່າວຫວ່າງມໍ່ໆມານີ້ວ່າ: ຣັດເຊຍຄວນແບກຫາບ “ຄວາມຮັບຜິດຊອບ” ຕໍ່ວິກິດການຊີຣີແລະບໍ່ໄດ້ປະຕິເສດທີ່ຈະຂວ້ຳບາດຕໍ່ຣັດເຊຍໃໝ່ອີກ. ແນວໃດກໍດີ, ອາເມລິກາຈະປຶກສາຫາລືວຽກງານການຂວ້ຳບາດທີ່ລະອຽດໃນອີກບໍ່ເທົ່າໃດມື້ຕໍ່ໜ້ານີ້.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...