spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຄວນກິນເພື່ອບຳລຸງກະດູກ ແລະແຂ້ວ

ອາຫານທີ່ຄວນກິນເພື່ອບຳລຸງກະດູກ ແລະແຂ້ວ

Published on

ກະດູກ ແລະແຂ້ວ ເປັນອະໄວຍະວະທີ່ສຳຄັນຢ່າງໜຶ່ງ ເຊິ່ງຫຼາຍຄົນບໍ່ໃຫ້ຄວາມສຳຄັນກັບການບຳລຸງຫຼາຍປານໃດ ເພາະຄິດວ່າກະດູກ ແລະແຂ້ວແຂງແຮງແລ້ວ, ແຕ່ຖ້າຫາກເຮົາບໍ່ບຳລຸງກໍຈະເຮັດໃຫ້ກະດູກຫັກ, ແຂ້ວຜຸ ໄດ້ງ່າຍ ມື້ນີ້ຈະມາແນະນຳອາຫານທີ່ຄວນກິນເພື່ອບຳລຸງແຂ້ວ ແລະກະດູກໃຫ້ແຂງແຮງ

  1. ອາຫານທີ່ມີແຄວຊຽມຫຼາຍ: ຄວນເລືອກກິນອາຫານທີ່ມີສານແຄວຊຽມສູງ ໂດຍສະເພາະແມ່ນ ຈາກນົມ, ໂຢເກິດ, ກຸ້ງແຫ້ງ, ຜັກກາດນາ, ງາດຳ ເພື່ອບຳຊ່ວຍບຳລຸງແຂ້ວ ແລະກະດູກໃຫ້ແຂງແຮງ
  2. ຫຼີກລຽງກິນນໍ້າອັດລົມ: ນໍ້າອັດລົມທຸກຊະນິດເມື່ອກິນເຂົ້າໄປຈະເຮັດໃຫ້ກະດູກຜ່ອຍ, ກະດູກບາງ ແລະນໍ້າອັດລົມຈະເຮັດໃຫ້ຮ່າງກາຍຂັບແຄວຊຽມອອກມາ ຫຼືບໍ່ດູດແຄວຊຽມໄວ້ ເຮັດໃຫ້ຮ່າງກາຍເຮົາຕ້ອງດຶງແຮ່ທາດຈຳນວນຫຼາຍທີ່ຈຳເປັນອອກມາຈາກກະດູກ
  3. ເລືອກກິນອາຫານທີ່ມີເສັ້ນໃຍສູງ: ໂດຍສະເພາະຜັກ ແລະໝາກໄມ້ເຊັ່ນ: ໝາກແຕງກວາ, ໝາກເລັ່ນ, ຜັກກາດນາ ເປັນຕົ້ນ ອາຫານປະເພດນີ້ຈະມີເສັ້ນໃຍສູງ ຈະຊ່ວຍທຳຄວາມສະອາດແຂ້ວໄດ້
  4. ເລືອກກິນອາຫານທີ່ມີປະໂຫຍດກັບແຂ້ວ ແລະປາກ: ອາຫານທີ່ມີວິຕາມິນຊີໂດຍສະເພາະແມ່ນ ໝາກກ້ຽງ, ໝາກນັດ, ກະຫຼໍາປີ, ແຄລອດ ເຊິ່ງມີຄວາມສຳຄັນ ໃນການຮັກສາແຂ້ວ, ກະດູກ
  5. ຫຼີກລຽງໂປຣຕີນຈາກຊີ້ນສັດ: ສານອາຫານຈາກໂປຣຕີນຈາກຊີ້ນສັດຈະເຮັດໃຫ້ເກີດການສູນເສຍແຄວຊຽມ ເຊິ່ງເປັນສິ່ງສຳຄັນສຳລັບກະດູກ
  6. ຫຼີກລຽງອາຫານເຄັມ: ອາຫານເຄັມມີສານໂຊດຽມຫຼາຍ ເມື່ອເຮົາກິນຈະເຮັດໃຫ້ຂັບແຄວຊຽມອອກມາເຊິ່ງຈະເຮັດໃຫ້ກະດູກຜ່ອຍໄດ້
  7. ຫຼີກລຽງການກິນຊາ, ກາເຟ: ເພາະສານຄາເຟອິນຈາກຊາ, ກາເຟ ຈະເຮັດໃຫ້ຮ່າງກາຍຂັບແຄວຊຽມຈາກຮ່າງກາຍ ອອກຜ່ານນໍ້າປັດສະວະ
  8. ເຊົາກິນເຫຼົ້າ ເບຍ: ເພາະມີສານແອວກໍຮໍເປັນສິ່ງສຳຄັນ ຈະເຮັດໃຫ້ຮ່າງກາຍຂາດແຄວຊຽມ ແລະຂັບແຄວຊຽມອອກມາ
  9. ດື່ມນໍ້າຫຼາຍໆ: ຖ້າເຮົາປາກແຫ້ງຈະເຮັດໃຫ້ມີກິ່ນປາກ ຫຼືມີແຂ້ວຜຸໄດ້ງ່າຍ ເພາະເວລາປາກແຫ້ງຈະເຮັດໃຫ້ເຊື້ອພະຍາດຈະເລີນເຕີບໂຕເປັນຈຳນວນຫຼາຍ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...