spot_img
Homeຊີວິດແລະຄວາມຮັກລັກສະນະຂອງຜູ້ຍິງ ທີ່ຜູ້ຊາຍມັກທີ່ສຸດ

ລັກສະນະຂອງຜູ້ຍິງ ທີ່ຜູ້ຊາຍມັກທີ່ສຸດ

Published on

ຜູ້ຍິງທີ່ຈະຖືກໃຈໜຸ່ມໆນັ້ນ ມີປັດໄຈຫຼາຍຢ່າງ ມີທັງຮູບຮ່າງໜ້າຕາ, ບຸກຄະລິກ, ລັກສະນະນິໄສໃຈຄໍ, ກິລິຍາມາລະຍາດ ແຕ່ສະຫຼຸບລວມແລ້ວ ຜູ້ຊາຍສ່ວນຫຼາຍ ມັກຜູ້ຍິງສ່ວນຫຼາຍມີລັກສະນະດັ່ງນີ້

  1. ເປັນຄົນງາມ: ສຳລັບຮູບຮ່າງໜ້າຕາຕ້ອງມາກ່ອນ ທີ່ຜູ້ຊາຍຈະຫຼຽວເບິ່ງ ແຕ່ບໍ່ແມ່ນວ່າຜູ້ຍິງງາມແຕ່ໜ້າຕາເທົ່ານັ້ນ ແຕ່ຕ້ອງລວມເຖິງຮູບຮ່າງ ທີ່ມັກແຕກຕ່າງ
  2. ການແຕ່ງຕົວ: ຜູ້ຊາຍມັກຜູ້ຍິງທີ່ທີ່ແຕ່ງຕົວທີ່ຮຽບຮ້ອຍ ບໍ່ນຸ່ງສັ້ນເກີນໄປ, ເຖິງແມ່ນບາງຄັ້ງກໍຈະມັກຄົນທີ່ແຕ່ງຕົວແບບເຊັກຊີ່ ແຕ່ກໍບໍ່ໄດ້ໝາຍຄວາມວ່າໃຫ້ແຕ່ງກາຍໂປ້
  3. ບໍ່ແຕ່ງໜ້າຈັດເກີນໄປ: ຜູ້ຊາຍສ່ວນຫຼາຍມັກຜູ້ຍິງທີ່ແຕ່ງໜ້າ ແຕ່ການແຕ່ງໜ້າກໍໃຫ້ພໍດີພໍງາມ ບໍ່ແຕ່ງໜ້າຈັດຈົນເກີນໄປ
  4. ຜູ້ຍິງຜົມຍາວ: ຜູ້ຊາຍສ່ວນຫຼາຍມັກຜູ້ຍິງຜົມຍາວ ເພາະເບິ່ງແລ້ວໜ້າຮັກສົດໄສ, ໜ້າທະນຸຖະໜອມ
  5. ເວົ້າຈາສຸພາບ: ສ່ວນຫຼາຍຜູ້ຊາຍມັກຜູ້ຍິງທີ່ເວົ້າຈາສຸພາບ, ອ່ອນຫວານ, ບໍ່ເວົ້າຈາກະດ້າງ
  6. ນິໄສດີ: ນິໄສກໍເປັນໜຶ່ງທີ່ຜູ້ຊາຍມັກ ເພາະຖ້າຜູ້ຍິງນິໄສດີແລ້ວ ຜູ້ຊາຍໃຜໆກໍຢາກຢູ່ໃກ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...