spot_img
Homeຂ່າວການພັດທະນານາຍົກ ແນະນໍາຂະແໜງວິທະຍາສາດວາງແຜນຄົ້ນຄວ້າ ໃຫ້ມີຈຸດສຸມ

ນາຍົກ ແນະນໍາຂະແໜງວິທະຍາສາດວາງແຜນຄົ້ນຄວ້າ ໃຫ້ມີຈຸດສຸມ

Published on

ໃນໂອກາດໂອ້ລົມຕໍ່ກອງປະຊຸມນັກວິທະຍາສາດຄັ້ງທໍາອິດຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອບໍ່ດົນມານີ້, ທ່ານໄດ້ຍົກໃຫ້ເຫັນບັນຫາສໍາຄັນວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ຄັ້ງທີ VIII (2016-2020) ລັດຖະບານໄດ້ກໍານົດເປົ້າໝາຍການພັດທະນາຄື: ເສດຖະກິດແຫ່ງຊາດເຕີບໃຫຍ່ຕໍ່ເນື່ອງ, ໝັ້ນທ່ຽງ ແລະ ມີຄວາມສົມດຸນ. ພັດທະນາຊັບພະຍາກອນມະນຸດໃຫ້ເປັນປັດໃຈຕັດສີນການພັດທະນາໂດຍການຍົກລະດັບຄວາມສາມາດຂອງບຸກຄະລາກອນພາກລັດ ແລະ ກໍາລັງແຮງຂອງເອກະຊົນໃຫ້ສູງຂື້ນ, ຄວາມທຸກຍາກຂອງປະຊາຊົນຕ້ອງໄດ້ຮັບການແກ້ໄຂຢ່າງທົ່ວເຖິງ, ທຸກຊົນເຜົ່າ, ທຸກເພດໄວສາມາດເຂົ້າເຖິງການສຶກສາ ແລະພັດທະນາວັດທະນາທໍາອັນດີງາມຂອງຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຍຸຕິທໍາໂປ່ງໃສ ແລະ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ, ກຽມ ພ້ອມຮັບມືກັບໄພພິບັດທໍາມະຊາດ ແລະ ການປ່ຽນແປງດິນຟ້າອາກາດຢ່າງມີປະສິດທິຜົນ. ດັ່ງນັ້ນຂະແໜງວິທະຍາສາດ-ເຕັກໂນໂລຊີ ຄວນຄົ້ນຄວ້າ ແລະ ຜັນຂະຫຍາຍທິດທາງແຜນວຽກຈຸດສຸມຂອງຕົນໃຫ້ເປັນໂຄງການ ແລະ ກິດຈະການລະອຽດທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ເພື່ອປະກອບສ່ວນໜັກແໜ້ນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ລັດຖະບານໄດ້ກໍານົດໄວ້, ເນື່ອງຈາກການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເປັນວຽກງານທີ່ຕ້ອງການພັດທະນາແບບຕໍ່ເນື່ອງ ແລະ ມີຈຸດສຸມ, ບາງວຽກຕ້ອງໃຊ້ເວລາຍາວນານ 10 ປີຂຶ້ນໄປ, ບາງວຽກໃຊ້ເວລາ 5-10 ປີ ແລະ ບາງວຽກກໍໃຊ້ເວລາບໍ່ດົນປານໃດເພື່ອຈະໃຫ້ເຫັນຜົນ.

ດັ່ງນັ້ນຂໍຮຽກຮ້ອງ ໃຫ້ນັກຄົ້ນຄວ້າ, ນັກວິທະຍາສາດ ເອົາໃຈໃສ່ຄົ້ນຄວ້າຕື່ມໃນເງື່ອນໄຂທີ່ພວກເຮົາມີຂໍ້ຈຳກັດ ແລະ ສິ່ງທ້າທາຍຫລາຍດ້ານ, ບໍ່ວ່າຈະແມ່ນດ້ານພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ທຶນຮອນ ແລະ ອື່ນໆ, ອີກດ້ານໜຶ່ງພວກເຮົາກໍມີທ່າແຮງຫລາຍດ້ານເພື່ອສຸມທຶນຮອນທີ່ມີຈຳກັດໃສ່ການພັດທະນາດ້ານໃດໜຶ່ງໃນແຕ່ລະໄລຍະ ເປັນຕົ້ນ: ແຕ່ 1-5 ປີ, 5-10 ປີ ແລະ 10-20 ປີຕໍ່ໜ້າ ເພື່ອໃຫ້ການນຳໃຊ້ທຶນດັ່ງກ່າວມີປະສິດທິຜົນ.

ຄຽງຄູ່ກັນນັ້ນ, ກໍໃຫ້ຄົ້ນຄວ້າ ແລະ ໝູນໃຊ້ບົດຮຽນຂອງບັນດາປະເທດເພື່ອນມິດ ສາກົນ, ທັງໃນພາກພື້ນ ແລະ ໃນໂລກທີ່ມີຜົນສຳເລັດສູງໃນການພັດ ທະນາວິທະຍາສາດ ແລະ ເຕັກໂນໂລຊີແບບກ້າວກະໂດດເຊັ່ນ: ຍີ່ປຸ່ນ, ສ.ເກົາຫລີ, ສປ ຈີນ, ອິດສະລາແອນ, ໄທ, ຫວຽດນາມ ແລະ ປະ ເທດອື່ນໆ ເພື່ອການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີພາຍໃນປະເທດ. ບັນຫາສຳຄັນໃນການໃຊ້ບົດຮຽນຂອງສາກົນແມ່ນຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບສະພາບເງື່ອນໄຂພາຍໃນຂອງພວກເຮົາ ແລະ ການເລືອກເຟັ້ນ-ດັດປັບນຳໃຊ້ບົດຮຽນດັ່ງກ່າວຢ່າງເໝາະສົມ ແລະ ໃນເງື່ອນໄຂປັດຈຸບັນເວົ້າໄດ້ວ່າປະເທດເຮົາເປັນປະເທດນຳໃຊ້ຄວາມຮູ້ທີ່ຄົ້ນພົບ ແລະ ບໍລິໂພກເຕັກໂນໂລຊີ. ດັ່ງນັ້ນ ຄຽງຄູ່ກັບການລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາຄວາມຮູ້ເຕັກໂນໂລຊີໃໝ່, ພວກເຮົາຄວນສຸມໃສ່ການເລືອກເຟັ້ນດັດປັບນຳໃຊ້ຄວາມຮູ້ ແລະ ເຕັກໂນໂລຊີທີ່ມີຢູ່ ຫລື ທີ່ຜະລິດອອກມາໃໝ່ໃຫ້ມີປະສິດທິຜົນເພື່ອການພັດທະນາ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ເສີມສ້າງຄວາມອາດສາມາດແຂ່ງ ຂັນຂອງການຜະລິດ ແລະ ບໍລິການພາຍໃນປະເທດໃຫ້ມີປະສິດທິພາບ ແລະ ຫລາຍຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...