spot_img
Homeມູມໄອທີລາວວິທີກວດສອບ iPhone ວ່າເປັນເຄື່ອງສູນໃດ ຫຼືເຄື່ອງຫິ້ວມາ

ວິທີກວດສອບ iPhone ວ່າເປັນເຄື່ອງສູນໃດ ຫຼືເຄື່ອງຫິ້ວມາ

Published on

ຫຼາຍຄົນອາດຈະເລືອກຊື້ໄອໂຟນ ນອກສູນບໍລິການຈາກ iStudio, AIS, True, Dtac ຫຼື ຊື້ຂາຍມືສອງເອງລະຫວ່າງຜູ້ໃຊ້ງານແຕ່ສຳລັບໄອໂຟນອາດຈະເປັນສະມາດໂຟນທີ່ແຕກຕ່າງກັບຮຸ່ນອື່ນໆເລັກນ້ອຍຄື

ນອກຈາກຈະຊື້ໃນປະເທດໃດສົ່ງແປງໃນປະເທດນັ້ນ ຍັງມີຂໍ້ຈຳກັດກ່ຽວກັບການລ໊ອກເຄືອຂ່າຍເຮັດໃຫ້ສາມາດໃຊ້ງານນອກປະເທດໃນບາງປະເທດໄດ້ ຫຼືເຮົາຮ້ອງກັນວ່າເຄື່ອງລ໊ອກນັ້ນເອງ.

zzziipphhooonnee

ລາຄາ ໄອໂຟນ ເຄື່ອງລ໊ອກ ກັບເຄື່ອງບໍ່ລ໊ອກແຕກຕ່າງກັນຫຼາຍແສນ ກີບ ( ເຄື່ອງລ໊ອກແມ່ນບໍ່ສາມາດໃຊ້ງານໃນກໍລະນີທີ່ອັບເດດ IOS ) ທັ້ງ ນີ້ຈະກວດສອບໄດ້ແນວໃດວ່າເງິນທີ່ເຮົາຈ່າຍໄປນັ້ນ ຈະໄດ້ເຄື່ອງສູນ ຫຼື ເຄື່ອງຫິ້ວມາ (ເຄື່ອງນອກ).

ວິທີກວດສອບ IMEI

ການກວດສອບ IMEI ເທິງໄອໂຟນສາມາດເຮັດໄດ້ 2 ຂັ້ນຕອນຄື:

ກົດ *#06# ແລ້ວໂທອອກ
ໄປທີ່ຕັ້ງຄ່າ (Settings) >ທົ່ວໄປ (General) >ກ່ຽວກັບ (About) > IMEI.
ຈຸດສັງເກດກໍຄືເລກ IMEI ຈະປະກອບດ້ວຍຕົວເລກທັງໝົດ 15 ຕົວເລກຊຶ່ງຕົວເລກນີ້ບໍ່ມີທາງຊ້ຳກັນແມ້ແຕ່ເຄື່ອງດຽວໃນໂລກ. ຫຼັງຈາກນັ້ນນຳຕົວເລກ IMEI ໄປກວດສອບໄດ້ທີ່ http://iphoneimei.info ໃນນີ້ຈະບອກລາຍລະອຽດທີ່ກ່ຽວກັບໄອໂຟນທັ້ງໝົດບໍ່ວ່າຈະເປັນວັນທີຊື້, ວັນໝົດປະກັນ, ປະເທດທີ່ຊື້ລວມເຖິງສະຖານະຂອງເຄື່ອງວ່າລ໊ອກຢູ່ ຫຼື ບໍ.

ຂຽນໂດຍ ດາວເມືອງພວນ ຂ່າວຈາກ: ເສດຖະກິດ-ສັງຄົມ

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...