spot_img
Homeນານາສາລະວິທີກວດສອບ iPhone ວ່າເປັນເຄື່ອງສູນໃດ ຫຼືເປັນເຄື່ອງນອກ

ວິທີກວດສອບ iPhone ວ່າເປັນເຄື່ອງສູນໃດ ຫຼືເປັນເຄື່ອງນອກ

Published on

ຫຼາຍຄົນອາດຈະເລືອກຊື້ໄອໂຟນ ນອກສູນບໍລິການຈາກ iStudio, AIS, True, Dtac ຫຼື ຊື້ຂາຍມືສອງເອງລະຫວ່າງຜູ້ໃຊ້ງານແຕ່ສຳລັບໄອໂຟນອາດຈະເປັນສະມາດໂຟນທີ່ແຕກຕ່າງກັບຮຸ່ນອື່ນໆເລັກນ້ອຍຄື ນອກຈາກຈະຊື້ໃນປະເທດໃດສົ່ງແປງໃນປະເທດນັ້ນ ຍັງມີຂໍ້ຈຳກັດກ່ຽວກັບການລ໊ອກເຄືອຂ່າຍເຮັດໃຫ້ສາມາດໃຊ້ງານນອກປະເທດໃນບາງປະເທດໄດ້ ຫຼືເຮົາຮ້ອງກັນວ່າເຄື່ອງລ໊ອກນັ້ນເອງ.

%e0%ba%a1%e0%ba%b7%e0%ba%96%e0%ba%b7

ລາຄາ ໄອໂຟນ ເຄື່ອງລ໊ອກ ກັບເຄື່ອງບໍ່ລ໊ອກແຕກຕ່າງກັນຫຼາຍແສນ ກີບ ( ເຄື່ອງລ໊ອກແມ່ນບໍ່ສາມາດໃຊ້ງານໃນກໍລະນີທີ່ອັບເດດ IOS ) ທັ້ງນີ້ຈະກວດສອບໄດ້ແນວໃດວ່າເງິນທີ່ເຮົາຈ່າຍໄປນັ້ນ ຈະໄດ້ເຄື່ອງສູນ ຫຼື ເຄື່ອງຫິ້ວມາ (ເຄື່ອງນອກ).

ວິທີກວດສອບ IMEI

ການກວດສອບ IMEI  ເທິງໄອໂຟນສາມາດເຮັດໄດ້ 2 ຂັ້ນຕອນຄື:

ກົດ *#06# ແລ້ວໂທອອກ
ໄປທີ່ຕັ້ງຄ່າ (Settings) >ທົ່ວໄປ (General) >ກ່ຽວກັບ (About) > IMEI.
ຈຸດສັງເກດກໍຄືເລກ IMEI ຈະປະກອບດ້ວຍຕົວເລກທັງໝົດ 15 ຕົວເລກຊຶ່ງຕົວເລກນີ້ບໍ່ມີທາງຊ້ຳກັນແມ້ແຕ່ເຄື່ອງດຽວໃນໂລກ. ຫຼັງຈາກນັ້ນນຳຕົວເລກ IMEI ໄປກວດສອບໄດ້ທີ່ http://iphoneimei.info ໃນນີ້ຈະບອກລາຍລະອຽດທີ່ກ່ຽວກັບໄອໂຟນທັງໝົດບໍ່ວ່າຈະເປັນວັນທີຊື້, ວັນໝົດປະກັນ, ປະເທດທີ່ຊື້ລວມເຖິງສະຖານະຂອງເຄື່ອງວ່າລ໊ອກຢູ່ ຫຼື ບໍ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...