spot_img
Homeຂ່າວການພັດທະນາລັດເພີ່ມທະວີການປາບປາມຢາເສບຕິດ ໃຫ້ເຂັ້ມແຂງກວ່າເກົ່າ

ລັດເພີ່ມທະວີການປາບປາມຢາເສບຕິດ ໃຫ້ເຂັ້ມແຂງກວ່າເກົ່າ

Published on

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ, ໄດ້ ຢືນຢັນໃນລະຫວ່າງການໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 15 ປີ (12 ຕຸລາ 2001- 12 ຕຸລາ 2016) ໃນວັນທີ 11 ຕຸລານີ້ວ່າ: ຈະເພີ່ມທະວີເອົາໃຈໃສ່ວຽກງານປາບປາມຢາເສບຕິດໃຫ້ແຂງແຮງກວ່າເກົ່າ, ພາຍຫລັງເຫັນວ່າບັນຫາຢາເສບຕິດຍັງສືບຕໍ່ແຜ່ລາມຢ່າງກວ້າງຂວາງທັງຢູ່ໃນຕົວເມືອງກໍຄືເຂດຊົນນະບົດຫ່າງໄກສອກຫລີກ, ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນຈໍານວນບໍ່ໜ້ອຍຕົກເປັນທາດຂອງມັນ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆທາງສັງຄົມ ເຊັ່ນ: ຂີ້ລັກງັດແງະ, ປຸ້ນຈີ້-ຊີງຊັບ, ຄາດຕະກຳ ແລະ ອື່ນໆ, ເຊິ່ງໃນປີ 2016 ນີ້, ສາມາດມ້າງຄະດີຢາເສບຕິດໄດ້ຫລາຍເຖິງ 2.212 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 3.299 ຄົນ, ຢຶດຢາບ້າໄດ້ຫລາຍກວ່າ 1.852 ກິໂລ, ຢາໄອ 132 ກິໂລ, ເຮໂຣອິນ 181 ກິໂລ, ຢາຝິ່ນ 106 ກິໂລ, ກັນຊາແຫ້ງ 229 ກິໂລ, ຝຸ່ນສານເສບຕິດ 1.102 ກິໂລ. ນອກນັ້ນຍັງໄດ້ຢຶດເງິນ, ວັດຖຸມີຄ່າ, ທີ່ດິນ, ສິ່ງປຸກສ້າງ, ພາຫະນະ, ອາວຸດ ແລະ ອຸປະກອນຕ່າງໆທີ່ໃຊ້ເຂົ້າໃນຂະບວນການຄ້າຂາຍຢາເສບຕິດໄດ້ຈຳ
ນວນບໍ່ໜ້ອຍ.

ທ່ານລັດຖະມົນຕີ ກ່າວວ່າ: ໃນຕໍ່ໜ້ານີ້ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດບໍ່ໃຫ້ແຜ່ລະບາດໃນສັງຄົມເປັນວົງກວ້າງແມ່ນຈະຖືເອົາວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດເປັນກົກ, ເປັນພັນທະ ແລະ ໜ້າທີ່ຂອງຄະນະບັນຊາທຸກຂັ້ນນັບທັງສູນກາງຮອດທ້ອງຖິ່ນ, ເພີ່ມທະວີການນຳໃຊ້ມາດຕະການທາງດ້ານກົດໝາຍເພື່ອປາບປາມຜູ້ຜະລິດ, ຄ້າຂາຍຢາເສບຕິດໃນຂອບເຂດທົ່ວປະເທດຢ່າງເດັດຂາດ, ໂດຍສະເພາະກຸ່ມເປົ້າໝາຍທີ່ເປັນຫົວໂປ່ໂຕການ ແລະ ກຸ່ມແກ໋ງອັນຕະລາຍເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຈົ່ງເປັນເຈົ້າການເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ເປັນຂະບວນການກວ້າງຂວາງ ເພື່ອປະກອບສ່ວນເຮັດໃຫ້ປະເທດພວກເຮົາບໍ່ມີຢາເສບຕິດ ແລະ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ດຳລົງຊີວິດຢ່າງມີຄວາມສະຫງົບສຸກປອດໄພຫລາຍຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສປປ ລາວ ຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານຂອງອາຊຽນໃນອະນາຄົດ

ກອງປະຊຸມ AEBF-24 ທີ່ຈັດຂຶ້ນໃນລະຫວ່າງວັນທີ 25-27 ກັນຍາ 2024 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນການຊຸກຍູ້ບູລິມະສິດດ້ານພະລັງງານ ລວມທັງການເພີ່ມທະວີຄວາມໝັ້ນຄົງ...

ຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກ...

ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24

ໃນວັນທີ 26 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ - ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24...

ເສັ້ນທາງຫຼວງຢູ່ແຂວງອຸດົມໄຊ ເສຍຫາຍຈາກນໍ້າຖ້ວມ 89,46 ຕື້ກວ່າກີບ

ເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ, ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກພະຍຸໄຕ້ຝຸ່ນຢາກິ (YAGI)...